ເຈົ້າໜ້າທີ່ ຈັບຄົນມົ້ວສຸມ ຢ າ ແລະ ຊຸມແຊວກິນດື່ມ ຝ່າຝືນຄຳສັ່ງ ແລະ ແຈ້ງການ

0
103

ໂດຍເວລາປະມານ 23 ໂມງ 30 ນາທີ 4 ຕຸລາ 2021 ເຈົ້າໜ້າທີ່ ປກສ ກຸ່ມເພຍວັດ, ນາຍບ້ານ ແລະ ປກສ ບ້ານດົງປ່າລານທົ່ງ ພາກສ່ວນກອງພັນເຄື່ອນທີ່ນະຄອນຫຼວງ ແລະ ເຄື່ອນທີ່ກະຊວງ ປະມານ 40 ນາຍ ໄດ້ເຂົ້າກວດ ໂຮງແຮມໂຄ້ງຄຳ ວ່າມີການລັກລອບເປີດໃຫ້ບໍລິການລູກຄ້າ ເຊິ່ງຝ່າຝືນລະເມີດແຈ້ງການເລກທີ 37/ຈນວ ລົງວັນທີ 30 ກັນຍາ 2021 ຂອງທ່ານເຈົ້າຄອງ ກ່ຽວກັບມາດຕະການປ້ອງກັນ, ຄວບຄຸມການລະບາດພະຍາດໂຄວິດ-19.

ຈຶ່ງໄດ້ເຂົ້າກວດພົບມີການລັກລອບເປີດໃຫ້ບໍລິລູກຄ້າ ແລະ ພົບວ່າລູກຄ້າມີການມົ້ວ ສຸມສິ່ງເ ສ ບ ຕິ ດ ປະເພດ ຢ າ ໄ ອ ແລະ ດື່ມເບຍຢູ່ 2 ຫ້ອງຄື:

ຫ້ອງເບີ 828 ພົບເຫັນໄວລຸ້ນຊາຍຍິງຈຳນວນ 8 ຄົນຍິງ 2 ຄົນ ພ້ອມຂອງກາງຄະດີມີ, ປື ນ ສັ້ ນ 3 ກະບອກ ພ້ອມລູກປືນຈຳນວນ 40 ລູກ ແລະ ຢ າ ໄ ອ ຈຳນວນ 9 ຖົງນ້ອຍ.

ຫ້ອງທີ 2 ເປັນຫ້ອງຄາລາໂອເກະ ຫ້ອງໃຫຍ່ ບໍ່ມີເບີ ພົບເຫັນໄວລຸ້ນຊາຍຍິງຈຳນວນ 24 ຄົນ ຍີງ 11 ຄົນ ເປັນຄົນຈີນ 13 ຄົນຊາຍໝົດ ແລະ ຍິງຄົນລາວ 11 ຄົນ ມີການດື່ມເຫຼົ້າເບຍ ແລະ ມີ ຢ າ ໄ ອຜິດກົດໝາຍຈຳນວນ 5 ຖົງນ້ອຍ.

ທາງຕຳຫຼວດເຄືອນທີ່ກະຊວງໄດ້ມອບໃຫ້ຕຳຫຼວດເຄື່ອນທີ່ນະຄອນຫຼວງເອົາຂື້ນໃສ່ ເຊອາ 2 ຖຽ້ວເມືອດຳເນີນຄະດີຕາມລະບຽບກົດໝາຍ ແຫ່ງ ສປປລາວ.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.