ເຊົາກິນເຫຼົ້າ ແຕ່ຫັນມາກິນຕະປູແທນ ຈົນຕ້ອງໄດ້ຜ່າຕັດດ່ວນ

0
75

ເຫດການດັ່ງກ່າວເກີດຂຶ້ນທີ່ໂຮງໝໍເມືອງໄຄເພດາຂອງປະເທດລິຕົວນີທີ່ຕ້ອງໄດ້ຜ່າຕັດເອົາວັດຖຸໂລຫະທີ່ປະກອບດ້ວຍເຫຼັກຕະປູ, ນ໋ອດ ຫຼື ມີດ ທີ່ມີນໍ້າໜັກຫຼາຍກວ່າ 1 ກິໂລອອກຈາກທ້ອງຂອງຊາຍຄົນໜຶ່ງ.

ຕາມການລາຍງານຊາຍຄົນດັ່ງກ່າວໄດ້ກິນໂລຫະເຫຼົ່ານີ້ໄປໃນຊ່ວງເດືອນທີ່ຜ່ານມາຫຼັງຈາກທີ່ເຊົາດື່ມແອລກໍຮໍ ຈົນເຮັດໃຫ້ມີອາການເຈັບທ້ອງຢ່າງຮຸນແຮງຈຶ່ງຖືກນໍາໂຕສົ່ງໂຮງໝໍ ຫຼັງຈາກທີ່ໝໍໄດ້ສ່ອງກ້ອງເບິ່ງທ້ອງໄດ້ພົບເຫັນໂລຫະຈໍານວນຫຼາຍທີ່ມີຂະໜາດແຕ່ງຕ່າງກັນອອກໄປໂດຍມີຂະໜາດຍາວທີ່ສຸດເຖິງ 10 ເຊັນຕີແມັດ ໂດຍການຜ່າຕັດດັ່ງກ່າວໄດ້ໃຊ້ເວລາເຖິງ 3 ຊົ່ວໂມງ. ໃນຂະນະນີ້ຊາຍຄົນດັ່ງກ່າວໄດ້ຮັບການດູແລ ແລະ ເຝົ້າຕິດຕາມອາການຈາກແພດໝໍເປັນຢ່າງດີ.

ແຫຼ່ງຂ່າວ: Khaosod

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.