ຍາມນີ້ທຸກຄົນຕ້ອງດີ້ນ! ຕ່າຍ ອໍລະໄທ ບໍ່ຢູ່ເສີຍ ລຸກຂຶ້ນມາໄລຟສົດຂາຍເຄື່ອງເປັນແມ່ຄ້າຄັ້ງແລກ

0
84

ດັ່ງທີ່ພວກເຮົາຮັບຮູ້ຢູ່ແລເວວ່າຈາກສະຖານະການບ້ານເມືອງທີ່ເປັນຢູ່ ນັ້ນ ກໍ່ຄື ການລະບາເຂອງພະຍາດໂຄວິດ-19 ມັນໜັກໜ໋ວງຫຼາຍ ບໍ່ສະເພາະແຕ່ບ້ານເຮົາ ແຕ່ເປັນກັນທົ່ວໂລກ, ທຸກຄົນ ທຸກພາກສ່ວນລ້ວນໄດ້ຮັບຜົນກະທົບ ໂດຍສະເພາະເລື່ອງລາຍຮັບທີ່ໜ້ອຍລົງ ແຕ່ລາຍຈ່າຍຍັງຄືເກົ່ ຫຼື ອາດເພີ່ມຂຶ້ນດ້ວຍຊໍ້າ.

ຕໍ່ກັບສິ່ງທີ່ປະເຊີນຢູ່ ແນ່ນອນວ່າທຸກຄົນລ້ວນຕ້ອງຫາທາງອອກໃຫ້ຕົນເອງ ເຮັດແນວໃດເຮົາຊິລອດ ບໍ່ເວັ້ນແມ້ແຕ່ດາລານັກຮ້ອງ ກໍ່ຕ້ອງຫາທາງຫາລາຍໄດ້ເສີມ ເມື່ອວຽກປະຈໍາໄປຕໍ່ບໍ່ໄດ້.

ດັ່ງນັກຮ້ອງສາວລູກທຸ່ງຊື່ດັງຂອງໄທ ຕ່າຍ ອໍລະໄທ ຍັງຕ້ອງຜັນຕົນເອງມາເປັນແມ່ຄ້າ ເພື່ອຫາລາຍໄດ້ເພີ່ມມາໃຊ້ຈ່າຍໃນບ້ານ ແທນການໃຊ້ເງິນເກັບທີ່ຕົນເອງທ້ອນມາຕະຫຼອດຊີວິດ.

ເຊິ່ງເລື່ອງນີ້ ສາວຕ່າຍບອກໃຫ້ຮູ້ວ່າ: ້ຮົາບໍ່ຮູ້ເລີຍວ່າປາຍອຸໂມງນີ້ຢູ່ໃສ ຕອນນີ້ເຮັດຫຍັງໄດ້ກໍ່ຕ້ອງເຮັດ ຢ່າງໜ້ອຍໃຫ້ໄດ້ຄ່ານໍ້າຄ່າໄຟ ຄ່າໃຊ້ຈ່າຍໃນບ້ານ ກໍ່ຍັງດີກວ່າເອົາເງິນເກັບອອກມາໃຊ້ຈົນໝົດ ລາຍໄດ້ຈາກບ່ອນນີ້ກໍ່ກໍ່ເອົາໄປຊ່ວຍສ້າງໂຮງໝໍສະໜາມນໍາ.

ແນວໃດກໍ່ຕາມ ຢາກໃຫ້ທຸກຄົນເບິ່ງສາວຕ່າຍເປັນແບບຢ່າງ ເມື່ອຊີວິດບໍ່ສິ້ນ ເຮົາກໍ່ຕ້ອງດີ້ນກັນຕໍ່ໄປ ຢ່າຄິດຫວັງໃຊ້ພຽງເງິນທ້ອນ ເພາະຫາກບ້ວງນີ້ໝົດ ເຮົາຊິເອົາໃສມາປະທັງຊີວິດຕໍ່ ເພາະເຮົາບໍ່ຮູ້ເລີຍວ່າໂຄວິດຈະຢູ່ກັບເຮົາໄປອີກດົນປານໃດ.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.