ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງໄຊສົມບູນ ລົງກວດກາລາຄາສິນຄ້າ ຢູ່ເທດສະບານແຂວງໄຊສົມບູນໃນຕອນເຊົ້າຂອງວັນທີ 1 ຕຸລາ 2021 ທ່ານ ທອງດໍາ ຂຸນອຸດົມ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງໄຊສົມບູນ ພ້ອມດ້ວຍຄະນະ ສົມທົບກັບຫ້ອງການອຸດສະຫະກໍາ ແລະ ການຄ້າ ເມືອງອະນຸວົງ ລົງຕິດຕາມ, ກວດກາ ລາຄາສິນຄ້າ ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ 19, ຢູ່ທີ່ຕະຫຼາດແຂວງເທດສະບານແຂວງໄຊສົມບູນ.
ປະສົງ ເພື່ອປະຕິບັດຕາມຄໍາສັ່ງເລກທີ 15 ຂອງນາຍົກລັດຖະມົນຕີ ແລະ ປະຕິ ບັດຕາມຄໍາສັ່ງ ເລກທີ 295 ຂອງຄະນະສະເພາະກິດແຂວງ ກ່ຽວກັບການສືບຕໍ່ປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດໂຄວິດ 19 ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ກໍ່ຄືການລົງແນະນໍາບັນດາຫົວໜ່ວຍ
ວິສາຫະກິດທີ່ດໍາເນີນກິດຈະການຈໍາໜ່າຍສິນຄ້າ ຢູ່ແຂວງໄຊສົມບູນ ໃຫ້ປະຕິບັດຕາມມາດຕະການປ້ອງກັນຢ່າງເຂັ້ມງວດ ເປັນຕົ້ນແມ່ນ ຕ້ອງມີການຮັກສາໄລຍະຫ່າງ 1 ແມັດຂື້ນໄປ, ໃສ່ຜ້າປິດປາກ-ປິດດັງ ແລະ ຕ້ອງມີນໍ້າຢາລ້າງມືໄວ້ບໍລິການຢູ່ໜ້າຮ້ານ. ນອກນັ້ນ ທ່ານ ທອງດໍາ ຂຸນອຸດົມ ພ້ອມດ້ວຍຄະນະ ຍັງໄດ້ສອບຖາມກ່ຽວກັບລາຄາ
ສິນຄ້າ ສະບຽງອາຫານ ໂດຍສະເພາະແມ່ນ ປະເພດເຂົ້າສານ, ຊີ້ນ, ປາ, ໄກ່ ແລະ ພຶດຜັກຕ່າງໆ ລວມທັງສິນຄ້າອຸປະໂພກ-ບໍລິໂພກ ແລະ ສິນຄ້າທົ່ວໄປ ເພື່ອຄຸ້ມຄອງໃຫ້ຢູ່ໃນສະພາບປົກກະຕິ ຕາມກົນໄກການຕະຫຼາດ ທີ່ມີການຄຸ້ມ ຄອງດັດສົມຂອງລັດໃນແຕ່ລະໄລຍະ ໃຫ້ຖືກຕ້ອງ ແລະ ສອດຄ່ອງຕາມລະບຽບການ. ທັງນີ້ ກໍ່ເພື່ອບໍ່ໃຫ້ມີຜູ້
ປະກອບການ ສວຍໂອກາດກັກຕຸນ ແລະ ຂື້ນລາຄາສິນຄ້າ, ຂື້ນຄ່າບໍລິການ ຕາມລໍາພັງໃຈ ຊຶ່ງເປັນການເອົາປຽບຜູ້ບໍລິໂພກ, ຮັບປະກັນໃຫ້ມີສິນຄ້າພຽງພໍ, ມີຄຸນນະພາບ ແລະ ຂາຍໃນລາຄາທີ່ເໝາະສົມ.
ຂ່າວ,ພາບ: ນາພອນ ນະວົງໄຊ