ວັນອາທິດ:ການງານ ຈະພົບຄວາມກັງວົນໃຈທີ່ເຮັດໃຫ້ເປັນທຸກ ແຕ່ສຸດທ້າຍທ່ານກໍຈະແກ້ໄຂບັນຫາ ແລະສ້າງຄວາມສຳເລັດໄດ້ເປັນຢ່າງດີ ການເງິນ ລະມັດລະວັງເລື່ອງຂອງການໃຊ້ຈ່າຍ ແລະການໃຊ້ເງິນໃຫ້ດີ ຊ່ວງນີ້ຢ່າປະມາດໃນເລື່ອງການໃຊ້ເງິນ ຄວາມຮັກ ມີໂອກາດພົບຄູ່ ພົບຄົົນທີ່ຖືກໃຈ ແຕ່ໃນເລື່ອງຂອງການສື່ສານ ແລະການໃຊ້ຄຳເວົ້າ ຄວນເຮັດຄວາມເຂົ້າໃຈກັນໃຫ້ຫລາຍຂຶ້ນ
ວັນຈັນ:ການງານ ພົບອຸປະສັກດ້ານການງານຍັງມີຄວາມຊ້າ ແລະການຕັດສິນໃຈຕ່າງໆ ຍັງຕ້ອງເລັ່ງຮີບເພື່ອໃຫ້ທັນກັບເຫດການ ການເງິນ ຍັງມີລາຍຈ່າຍລໍຖ້າທ່ານຢູ່ຫລາຍໃນຊ່ວງນີ້ ເປັນລັກສະນະຂອງການໝຸນເງິນ ເມື່ອໄດ້ເຂົ້າມາກໍມີເລື່ອງທີ່ຕ້ອງຈ່າຍອອກໄປ ຄວນສຸຂຸມອ້ອມຄອບໃນການໃຊ້ຈ່າຍ ຄວາມຮັກ ຍັງຄົງເບິ່ງໆ ຢູ່ຫລາຍກວ່າໃນຊ່ວງນີ້ ແຕ່ຖ້າຫາກຈະມີຄົນເຂົ້າມາ ຈະເປັນຄົນອາຍຸນ້ອຍກວ່າ
ວັນຄານ:ການງານ ງານໃນຊ່ວງນີ້ຈະເພີ່ມຂຶ້ນ ແຕ່ທ່ານກໍຈະສາມາດສ້າງສັນຜົນງານໄດ້ດີຂຶ້ນ ແລະຜູ້ໃຫຍ່ກໍຍັງເຫັນຄວາມສຳຄັນໃນຕົວທ່ານຫລາຍຂຶ້ນ ການເງິນ ມີແຕ່ເລື່ອງຈ່າຍໃນຊ່ວງນີ້ ບໍ່ສາມາດທີ່ຈະຄວບຄຸມລາຍຈ່າຍໄດ້ດີຄືແຕ່ກ່ອນ ຄວາມຮັກ ມີໂອກາດພົບຮັກ ພົບຄົົນທີ່ຖືກໃຈທີ່ຈະມີເຂົ້າມາໃນຊ່ວງນີ້ ທ່ານເປັນຄົົນທີ່ມີສະເນ່ ແຕ່ຍັງບໍ່ແມ່ນຄູ່ແທ້ ເປັນການຄົບຫາກັນແຄ່ຊ່ວງເວລາໜຶ່ງເທົ່ານັ້ນ
ວັນພຸດ:ການງານ ຈະເຮັດວຽກສິ່ງໃດໃນຊ່ວງນີ້ມີແຕ່ຄວາມສຳເລັດ ຈະຈັບທຸລະກິດສິ່ງໃດກໍຈະດີຂຶ້ນເປັນລຳດັບ ການເງິນ ຊ່ວງນີ້ມີເລື່ອງຈ່າຍຢູ່ເລື່ອຍໆ ບໍ່ສາມາດຄວບຄຸມລາຍຈ່າຍໄດ້ ເປັນຄ່າໃຊ້ຈ່າຍຈຳເປັນທີ່ຫຼີກລ້ຽງບໍ່ໄດ້ ຄວາມຮັກ ໂດດເດັ່ນໃນການພົບເນື່ອງຈາກການເຮັດວຽກງານ ເປັນຄົນອາຍຸນ້ອຍກວ່າ
ວັນພະຫັດ:ການງານ ຈະເຮັດວຽກສິ່ງໃດມີການປ່ຽນແປງທີ່ຈະເກີດຂຶ້ນ ຫາກທ່ານມີຄວາມຕັ້ງໃຈຈິງກໍຈະສາມາດຝ່າແຂ້ວອຸປະສັກໃຫ້ຜ່ານພົ້ນໄປໄດ້ ການເງິນ ວາງແຜນການໃຊ້ຈ່າຍ ແລະການໃຊ້ເງິນຢູ່ໃນຊ່ວງນີ້ ແຕ່ກໍຈະມີໂຊກໄດ້ເງິນເຂົ້າມາເພິ່ມເຕິມ ເພີ່ມຂຶ້ນ ຄວາມຮັກ ຍັງບໍ່ໂດດເດັ່ນ ແລະຍັງບໍ່ຕັດສິນໃຈໃນເລື່ອງເຫຼົ່ານີ້ ເພາະມີຫຼາຍຢ່າງທີ່ຕ້ອງຮັບຜິດຊອບ ແລະຈັດການ
ວັນສຸກ:ການງານ ຍັງບໍ່ໄດ້ຮັບຄວາມຊັດເຈນ ແລະສະຖານນະການໃນຊ່ວງນີ້ຍັງຢຸດນິ່ງ ເຮັດຫນ້າທີ່ຕາມຄວາມຮັບຜິດຊອບໃຫ້ດີທີ່ສຸດກໍພຽງພໍແລ້ວໃນຊ່ວງນີ້ ການເງິນ ມີອຸປະສັກຕິດຂັດກ່ຽວກັບເລື່ອງຂອງການເງິນຕ່າງໆ ແຕ່ກໍຈະມີຄົນເຂົ້າມາຊ່ວຍເຫລືອໃຫ້ຜ່ານພົ້ນໄປໄດ້ນັ້ນເອງ ຄວາມຮັກ ຍັງບໍ່ມີເວລາຕັດສິນໃຈໃນເລື່ອງຄວາມຮັກໃນຊ່ວງນີ້ ເພາະມີເລື່ອງອື່ນທີ່ສຳຄັນ ທີ່ຕ້ອງຮີບຈັດການໃຫ້ສຳເລັດໄປໂດຍໄວ
ວັນເສົາ:ການງານ ອຸປະສັກການງານຍັງມີຄວາມຊ້າ ແຕ່ກໍມີຄວາມພະຍາຍາມທີ່ຈະສ້າງຄວາມສຳເລັດໃຫ້ຕົນເອງ ຊຶ່ງຍັງເຮັດໄດ້ດີພໍສົມຄວນ ການເງິນ ມີໂຊກຈະໄດ້ເງິນເຂົ້າມາ ເຖິງແມ່ນວ່າຈະໄດ້ຊ້າ ແຕ່ກໍຈະໄດ້ຄົບເຕັມຈຳນວນຈາກຄວາມສາມາດຂອງທ່ານນັ້ນເອງ ຄວາມຮັກ ທ່ານເປັນຜູ້ທີ່ມີສະເນ່ ມີໂອກາດພົບຮັກ ພົບຄົົນທີ່ຖືກໃຈທີ່ຈະມີເຂົ້າມາໃນຊ່ວງນີ້