ໄທກໍ່ໜັກທັງໂຄວິດທັງນໍ້າຖ້ວມ! ບ້ານໃກ້ເຮືອນຄຽງເຮົາເອງ ສູ້ໆເດີ້ ເຮົາຈະຜ່ານໄປນໍາກັນ

0
242

ດັ່ງທີ່ພວກເຮົາຮັບຮູ້ກັນແລ້ວວ່າ ໂຄວິ-19 ແມ່ນຍັງໜັກໜາ ລະບາດໄປທົ່ວໂລກ ເວົ້າລວມເວົ້າສະເພາະແມ່ນປະເທດບ້ານໃກເເຮືອນຄຽງເຮົາເອງ ຄືປະເທດໄທ ທີ່ໃນແຕ່ລະມື້ມີຕົວເລກຜູ້ຕິດເຊື້ອບໍ່ຫຼຸດໜ້ອຍຖອຍລົງເລີຍ ແລະ ຫຼ້າສຸດ ຫຼາຍເຂດໃນປະເທດພົບກັບວິກິດນໍ້າຖ້ວມ ເອີ້ນໄດ້ວ່າເຄາະຊໍ້າກໍາຊັດກໍ່ວ່າໄດ້.

ສໍາລັບພວກເຮົາເອງໃນຖານະທີ່ເປັນປະເທດບ້ານໃກ້ເຮືອນຄຽງ ແລະ ຮ່ວມຊະຕາກໍາດຽວກັນນັ້ນກໍ່ຄືການລະບາດຂອງພະຍາດໂຄວິດ-19 ເຊິ່ງຕອນນີ້ປະເທດເຮົາກໍ່ໜັກຫຼາຍ ແຕ່ສິ່ງໜຶ່ງທີ່ເຮົາສາມາດເຮັດໄດ້ຕອນນີ້ຄືປ້ອງກັນຕົນເອງ ແລະ ໃຫ້ກໍາລັງໃຈກັນແລະ ກັນ.

ສໍາລັບເຫດການນໍ້າຖ້ວມທີ່ເກີດຂຶ້ນໃນປະເທດໄທ ເມື່ອງວັນທີ 23-26 ກັນຍາຜ່ານມານັ້ນ ພວກເຮົາມາຮ່ວມສົ່ງແຮງໃຈ ເຖິງພີ່ນ້ອງຊາວໄທທີ່ປະສົບໄພພິບັດນໍ້າຖ້ວມ​ ຈາກພາຍຸດີເປຣຊັ່ນນໍາກັນ.

ເຊິ່ງຫຼາຍໆຈັງຫວັດໄດ້ຮັບຜົນກະທົບ ປັດຈຸບັນແມ່ນຈັງຫວັດໄຊຍະພູມຖືວ່າໜັກໜ່ວງສົມຄວນ ແນວໃດກໍ່ຕາມ ຂໍໃຫ້ຊາວໄທຜ່ານພົ້ນວິກິດນີ້ໄປໄດ້ໂດຍໄວ ສູ້ໆເດີ.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.