ພະແນກເສນາຮັກ ກອງພົນທີ 4 ເຄື່ອນໄຫວພົ່ນຢາຂ້າເຊື້້ອ

0
174

ໃນວັນທີ 21 ກັນຍາ 2021 ຜ່ານມານີ້ ພະເເນກເສນາຮັກ ກອງພົນທີ 4 ເຄື່ອນໄຫວພົ່ນຍາຂ້າເຊື້ອພະຍາດໂຄວິດ-19 ຢູ່ກອງຮ້ອຍເອກະລາດ 154 (ເຄມີສາດ) ທີ່ຂຶ້ນກັບກອງພົນທະຫາຮາບທີ 4.

ໂດຍການນຳພາຂອງ ສະຫາຍ ພັນໂທ ອຸດົມ ຂັນຕະມາລາ ຊ່ວຍວຽກພະເເນກເສນາຮັກກອງພົນທີ 4 ພ້ອມດ້ວຍຄະນະ ແລະ ເປັນກຽດຕ້ອນຮັບຂອງສະຫາຍ ພັນຕີ ໄພລິນ ຈັນທະສົມ ຫົວໜ້າການທະຫານກອງຮ້ອຍ 154 (ເຄມີສາດ) ພ້ອມດ້ວຍຄະນະ ເປັນກຽດຕ້ອນຮັບ ແລະ ອຳນວຍຄວາມສະດວກ.

ໂດຍປະຕິບັດຕາມແຈ້ງການຂອງກະຊວງປ້ອງກັນປະເທດສະບັບເລກທີ 2150/ກປທ, ລົງວັນທີ 22/04/2021 ວ່າດ້ວຍການຕ້ານ ແລະ ສະກັດກັ້ນ ການແຜ່ລະບາດພະ

ຍາດໂຄວິດ-19 ບໍ່ໃຫ້ແຜ່ລາມເປັນວົງກວ້າງ, ພ້ອມທັງເຮັດໃຫ້ນາຍ ແລະ ພົນທະຫານທົ່ວກົມກອງມີສຸຂະພາບແຂງແຮງຫ່າງໄກຈາກເຊື້ອພະຍາດໂຄວີດ-19 ຢ່າງຊິ້ນເຊີງສາມາດເຄື່ອນໄຫວເຮັດສຳເລັດໜ້າທີ່ການເມືອງຂອງຕົນໃນທີ່ການຈັດຕັ້ງຂັ້ນເທີງມອບໝາຍໃຫ້.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.