ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ອອກແຈ້ງການເລກທີ 1071/ກອຕທ, ລົງວັນທີ 24 ກັນຍາ 2021 ເຕືອນພາຍຸເຂດຮ້ອນດຽນມູ ເຊິ່ງໃນເວລາ 7 ໂມງ 45 ນາທີ ຂອງວັນທີ 24 ກັນຍາ ພາຍຸເຂດຮ້ອນດຽນມູ ມີຈຸດສູນກາງຢູ່ເຂດເມືອງຕຸ້ມລານແຂວງສາລະວັນ ໃນເສັ້ນຂະໜານທີ 16 ອົງສາເໜືອ ແລະ ເສັ້ນແວງທີ 106.3 ອົງສາ ຕາເວັນອອກ ພວມເຄື່ອນທີ່ໃນທິດຕາເວັນຕົກດ້ວຍຄວາມໄວ 30 ກິໂລແມັດຕໍ່ຊົ່ວໂມງ.
ຄາດວ່າພາຍຸຫົວນີ້ຈະອ່ອນກຳລັງລົງເປັນພາຍຸດີເປຼຊັນ ເຄື່ອນທີ່ເຂົ້າປະເທດໄທໃນຕອນບ່າຍຂອງມື້ນີ້ ຊຶ່ງຈະເຮັດໃຫ້ມີຝົນຕົກໃນລະດັບປານກາງ ຫາ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກໃຕ້, ພາກກາງ ແລະ ພາກເໜືອດ້ານຕາເວັນຕົກ ດັ່ງລາຍລະອຽດລຸ່ມນີ້:
ນ້ຳຖ້ວມຊຸບ້ານຫ້ວຍແສງ ເມືອງເລົ່າງາມ ໃນວັນທີ24 ກັນຍາ 2021 ເນື່ອງຈາກຝົນຕົກໜັກໄລຍະວັນທີ 24 ກັນຍາ 2021: ຈະມີຝົນຕົກປານກາງ ຫາ ໜັກ ແລະ ລົມພັດແຮງ ຢູ່ບາງທ້ອງຖິ່ນເຂດພາກໃຕ້ ເຊັ່ນ: ແຂວງອັດຕະປື, ຈໍາປາສັກ, ເຊກອງ ແລະ ສາລະວັນ ຊຶ່ງຈະເຮັດໃຫ້ເກີດມີຕົ້ນໄມ້ຫັກລົ້ມ, ຫຼັງຄາເຮືອນເປ່ເພ, ນ້ຳຖ້ວມອັ່ງ ແລະ ນໍ້າຖ້ວມຍື່ງ ຢູ່ບາງທ້ອງຖິ່ນ.
ນ້ຳຖ້ວມຊຸບ້ານຫ້ວຍແສງ ເມືອງເລົ່າງາມ ໃນວັນທີ24 ກັນຍາ 2021 ເນື່ອງຈາກຝົນຕົກໜັກໄລຍະວັນທີ 24 – 26 ກັນຍາ 2021: ຈະມີຝົນຕົກໃນລະດັບປານກາງ ຫາ ໜັກ ແລະ ລົມພັດແຮງ ຢູ່ເຂດພາກກາງ ແລະ ພາກເໜືອດ້ານຕາເວັນຕົກເຊັ່ນ: ແຂວງ ສະຫວັນນະເຂດ, ຄໍາມ່ວນ, ບໍລິຄໍາໄຊ, ວຽງຈັນ, ໄຊສົມບູນ, ນະຄອນຫຼວງວຽງຈັນ, ຫຼວງພະບາງ, ໄຊຍະບູລີ ແລະ ບໍ່ແກ້ວ ຊຶ່ງຈະເຮັດໃຫ້ເກີດມີນ້ໍາຖ້ວມກະທັນຫັນ, ນໍ້າຖ້ວມຊ ແລະ ດິນເຈື່ອນ ຢູ່ບາງທ້ອງຖິ່ນ.
ນ້ຳຖ້ວມຊຸບ້ານຫ້ວຍແສງ ເມືອງເລົ່າງາມ ໃນວັນທີ24 ກັນຍາ 2021 ເນື່ອງຈາກຝົນຕົກໜັກດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖີງອໍານາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າທີ່ອາໄສຢູ່ບັນດາແຂວງ ດັ່ງກ່າວໂດຍສະເພາະຜູ້ທີ່ອາໄສຢູ່ລຽບຕາມຮ່ອມພູ ແລະ ແຄມແມ່ນ້ໍາຕ່າງໆ ຈົ່ງມີສະຕິລະມັດລະວັງຕໍ່ສະພາບດິນເຈື່ອນ, ນໍ້າຖ້ວມຊ, ນໍ້າຖ້ວມຍຶ່ງ ແລະ ລົມພັດແຮງ ທີ່ຈະເກີດຂື້ນໄດ້ໃນໄລຍະນີ້ ພ້ອມທັງກະກຽມ ຍົກຍ້າຍວັດຖຸສິ່ງຂອງທີ່ມີຄ່າ ແລະ ສັດລ້ຽງໄປໄວ້ບ່ອນທີ່ສູງ ແລະ ປອດໄພ ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ໃນໄລຍະ 1 ຫາ 2 ວັນຕໍ່ໜ້ານີ້.