ສາທາອະນຸຍາດ! ໃຫ້ໃຊ້ເຄື່ອງກວດຫາເຊື້ອພະຍາດໂຄວິດ-19 ແບບໃຫ້ຜົນໄວສະເພາະຊະນິດທີ່ຮັບຮອງຈາກອົງການອະນາໄມໂລກເທົ່ານັ້ນ ດຣ. ພອນປະດິດ ສັງໄຊຍະລາດ, ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ, ກະຊວງສາທາ ລະນະສຸກ ໃຫ້ຮູ້ວ່າ: ຜູ້ຕິດເຊື້ອເພີ່ມຂຶ້ນຫລາຍໃນຊຸມຊົນ ເຮັດໃຫ້ສັງຄົມຕ້ອງການເຄື່ອງກວດຫາເຊື້ອພະຍາດໂຄວິດ-19 ແບບໃຫ້ຜົນໄວ (Rapid Test ) ສຳລັບລາວເຮົາແລ້ວ ໃນໄລຍະຜ່ານມາແມ່ນບໍ່ອະນຸຍາດໃຫ້ໃຊ້ເນື່ອງຈາກຍັງມີຂໍ້ຈຳກັດ
ເຄື່ອງກວດແບບໃຫ້ຜົນໄວໃຫ້ຜົນພາຍໃນ 15-20 ນາທີ, ໃຫ້ຜົນບໍ່ຊັດເຈນ, ຕ້ອງກວດໃນສະຖານທີ່ທີ່ມີອຸນນະພູມຕໍ່າກວ່າ 30 ອົງ ສາ, ຖ້າເອົາໄປກວດຢູ່ສະຖານ ທີ່ທີ່ມີອາກາດຮ້ອນຫລາຍແມ່ນບໍ່ໄດ້ຮັບປະສິດທິຜົນ ປັດຈຸບັນ ກະຊວງສາທາລະນະສຸກ ອະນຸຍາດໃຫ້ໃຊ້ເຄື່ອງກວດຫາເຊື້ອພະຍາດໂຄວິດ-19 ແບບໃຫ້ຜົນໄວສະເພາະຊະນິດທີ່ໄດ້ຜ່ານການຮັບຮອງຈາກອົງການອະນາໄມໂລກເທົ່ານັ້ນ ເພາະຈະໃຫ້ຜົນທີ່ຊັດເຈນກວ່າຊະນິດອື່ນໆ