ກົດໄລ້ ກົດແຊຣ໌ ດວງລາຍວັນ 24 ກັນຍາ ດວງການງານ ດວງການເງິນ ແລະ ດວງຄວາມຮັກ

0
170

ວັນຈັນ:ການ​ງານ ວາງ​ແຜນ​ການ​ເຮັດ​ວຽກງານ​ດ້ວຍ​ຄວາມ​ສ້າງສັນ​ເພື່ອ​ໃຫ້​ຜ່ານ​ພົ້ນ​ໄປ​ໄດ້​ຢ່າງ​ເປັນ​ໂຊກສະເໝີ​ ພົບ​​ອຸປະສັກ​ເປັນ​ທຳມະດາ​ການ​ເງິນ ມີ​ແຕ່​ເລື່ອງ​ຈ່າຍ​ໃນ​ຊ່ວງ​ນີ້​ ແຕ່​ກໍ​ຈະ​ຫາ​ເຂົ້າ​ມາ​ໄດ້​ເພິ່ມເຕິມ​ ເປັນ​ລັກສະນະ​ຂອງ​ການ​ໝຸນ​ເງິນ​ໃຫ້​ຜ່ານ​ພົ້ນ​ໄປ​ໃຫ້​ໄດ້​ ຄວາມ​ຮັກ​ ມີ​ໂອ​ກາດ​ພົບ​ຄູ່​ ພົບ​ຄົົນທີ່​ຖືກ​ໃຈ​ທີ່​ຈະ​ມີ​ເຂົ້າ​ມາ​ໃນ​ຊ່ວງ​ນີ້​ ທ່ານ​ຈະ​ເປັນ​ຄົນ​ໃຈ​ຮ້ອນ​ ເກັ່ງ​ ມີ​ຄວາມ​ສາມາດ​ ມີ​ຄວາມ​ສ້າງສັນ​

ວັນຄານ:ການ​ງານ​ ຄວາມ​ສ້າງສັນ​ ຄວາມ​ພະຍາຍາມ​ ເປົ້າ​ໝາຍ​ ແລະ​ຄວາມ​ສຳ​ເລັດ​ກ່ຽວກັບ​ເລື່ອງ​ການ​ງານ​ຍັງ​ສົ່ງ​ຜົນ​ທີ່​ດີ​ ເພາະ​ມີ​ຄວາມ​ຕັ້ງ​ໃຈ​ ການ​ເງິນ ມີ​ແຕ່​ເລື່ອງ​ຈ່າຍ​ໃນ​ຊ່ວງ​ນີ້​ ເຮັດໃຫ້​ບໍ່​ສາມາດ​ເກັບ​ເງິນ​ໄດ້​ ມີ​ແຕ່​ພາລະ​ທີ່​ຫຼີກ​ລ້ຽງ​ບໍ່​ໄດ້​ ຄວາມ​ຮັກ ຫາກ​ຈະ​ພົບ​​ໃຜ​ໃນ​ຊ່ວງ​ນີ້​ທີ່​ຈະ​ມີ​ເຂົ້າ​ມາ​ ແຕ່​ເບິ່ງ​ຄື​ທ່ານ​ຍັງ​ບໍ່​ຖືກ​ໃຈ​ກັບ​ຄົນ​ຜິວ​ສອງ​ສີ​ ແລະ​ອາ​ຍຸ​ຕ່າງ​ກັນ​

ວັນພຸດ:ການ​ງານ ເທັກ​ນິກ​ຄວາມ​ສາມາດ​ໃນ​ການ​ເຮັດ​ວຽກງານ​ຂອງ​ທ່ານ​ໃນ​ການ​ປັບ​ປ່ຽນ​ວິທີ​ການ​ ແລະ​ແນວ​ທາງ​ບາງຢ່າງ​ຈະ​ກໍ່​ໃຫ້​ເກີດ​ໂຊກ​ທີ່​ດີ​ກັບ​ຕົນເອງ​ ການ​ເງິນ ລະ​ມັດ​ລະ​ວັງ​ການ​ໃຊ້​ຈ່າຍ​ ແລະ​ການ​ໃຊ້​ເງິນ​ ໃນ​ຊ່ວງ​ນີ້​ບໍ່​ສາມາດ​ໃຊ້​ເງິນ​ເປືອງ​ໄດ້​ຄືແຕ່​ກ່ອນ​ ຄວາມ​ຮັກ ຫາກ​ຈະ​ພົບ​​ໃຜ​ບາງ​ຄົນ​ໃນ​ຊ່ວງ​ນີ້​ທີ່​ຈະ​ມີ​ເຂົ້າ​ມາ​ ທ່ານ​ເປັນ​ຄົນ​ມີ​ຄວາມ​ເປັນ​ຜູ້​ນຳ​ ມີ​ຄວາມຫມັ້ນ​ໃຈ​ໃນ​ຕົນເອງ​ ມີ​ສະເນ່

ວັນພະຫັດ:ການ​ງານ ເມື່ອຍ​ກ່ຽວກັບ​ເລື່ອງ​ການ​ງານ​ ແລະ​ພົບ​ອຸປະສັກ​ ຄວາມ​ກົດ​ດັນ​ຕ່າງ​ໆ​ ແຕ່​ກໍ​ຕ້ອງ​ມີ​ຄວາມ​ລະອຽດ​ອ້ອມ​ຄອບ​ ການ​ເງິນ ໂຊກ​ດີ​ ມີ​ໂຊກ​ຈະ​ໄດ້​ເງິນ​ເຂົ້າ​ມາ​ເພິ່ມເຕິມ​ ເພີ່ມ​ຂຶ້ນ​ຢູ່​ເລື່ອຍ​ໆ​ ໃນ​ຊ່ວງ​ນີ້​ຈະ​ສັງເກດ​ໄດ້​ວ່າ​ມີ​ໂຊ​ກດີ​ຫລາຍ​ຂຶ້ນ​ກວ່າ​ແຕ່​ກ່ອນ​ ຄວາມ​ຮັກ ທ່ານ​ເປັນ​ຜູ້​ທີ່​ມີ​ສະເນ່ ໃນ​ຊ່ວງ​ນີ້​ມີ​ໂອ​ກາດ​ໄດ້​ຂ່າວ​ສານ​ຂໍ້​ມູນ​ທາງ​ດ້ານ​ຄວາມ​ຮັກ​ກັບ​ຄົນ​ລັກສະນະ​ຜິວ​ຂາວ​

ວັນສຸກ:ການ​ງານ ​ເມື່ອຍ​ກ່ຽວກັບ​ເລື່ອງ​ການ​ງານ​ໃນ​ຊ່ວງ​ນີ້​ ແລະ​ຄວນ​ທົບ​ທວນ​ວິທີ​ການ​ ຫລື​ແນວ​ທາງ​ປະຕິບັດ​ງານ​ວ່າ​ຈະ​ຄຸ້ມ​ຄ່າ​ກັບ​ທີ່ລົງ​ທຶນ​ໄປ​ຫລື​ບໍ່​ ການ​ເງິນ ໂຊກ​ດີ​ ມີ​ໂຊກ​ ຈະ​ໄດ້​ເງິນ​ ຫລື​ຈະ​ມີ​ໃຜ​ບາງ​ຄົນ​ນຳ​ຂອງ​ຖືກ​ໃຈ​ມາ​ຝາກ​ກໍ​ເປັນ​ໄປ​ໄດ້​ ຄວາມ​ຮັກ ສຸກ​ສົມ​ຫວັງ​ ຈະພົບ​​ເລື່ອງ​ຄວາມ​ຮັກ​ໃນ​ຊ່ວງ​ນີ້​ ດວງ​ດ້ານ​ຄວາມ​ຮັກ​ດີ​ຂຶ້ນ​ຫລາຍກວ່າ​ແຕ່​ກ່ອນ​

ວັນເສົາ:ການ​ງານ ເຮັດ​ຕາມ​ຫນ້າທີ່​ ແລະ​ຄວາມ​ຮັບ​ຜິດຊອບ​ໃຫ້​ດີ​ທີ່ສຸດ​ກໍ​ຈະ​ເປັນ​ໂຊ​ກດີ​ກັບ​ຕົນເອງ​ແລ້ວ​ໃນ​ຊ່ວງ​ນີ້​ ການ​ເງິນ ຫາ​ເຂົ້າ​ມາ​ໄດ້​ຢ່າງ​ຕໍ່​ເນື່ອງ​ ແຕ່​ກໍ​ມີ​ເລື່ອງ​ທີ່​ຕ້ອງ​ໃຊ້​ຈ່າຍ​ອອກ​ໄປ​ຢູ່​ດ້ວຍ​ນັ້ນ​ເອງ​ ຄວາມ​ຮັກ ຈະ​ໄດ້ຮັບ​ຮູ້​ຂໍ້​ມູນ​ຂ່າວ​ສານ​ທາງ​ດ້ານ​ຄວາມ​ຮັກ​ ແຕ່​ທ່ານ​ກໍ​ຍັງ​ບໍ່​ໄດ້​ໃຫ້​ຄວາມ​ສຳຄັນ​ໃນ​ເລື່ອງ​ນີ້​ປານໃດ​

ວັນອາທິດ:ການ​ງານ ພົບ​ອຸປະສັກ​ທາງ​ດ້ານ​ການ​ງານ​ເກີດ​ຂຶ້ນ​ ຫລື​ມີ​ໂອ​ກາດ​ປ່ຽນ​ແປງ​ໂຍກ​ຍ້າຍ​ທາງ​ດ້ານ​ການ​ງານ​ກໍ​ເປັນ​ໄປ​ໄດ້​ ການ​ເງິນ ມີ​ເລື່ອງ​ທີ່​ຕ້ອງ​ໃຊ້​ຈ່າຍ​ໃນ​ຊ່ວງ​ນີ້​ ໃນ​ການ​ທີ່​ຈະ​ເອົາ​ເງິນ​ໄປ​ຊື້​ຂອງ​ທີ່​ຢາກ​ໄດ້​ເຂົ້າ​ມາ​ເພິ່ມເຕິມ​ນັ້ນ​ເອງ​ ຄວາມ​ຮັກ ຊ່ວງ​ນີ້​ມີ​ໂອ​ກາດ​ພົບ​ຄົົນທີ່​ມີ​ອາ​ຍຸ​ຕ່າງ​ກັນ​ ແຕ່​ເປັນ​ການ​ຄົບ​ຫາ​ກັນ​ແບບ​ບໍ່​ເປີດ​ເຜີຍ​

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.