ກັກຕົວກຸ່ມມົ້ວ ຢ າ ເ ສ ບ ຕ ິ ດ 6 ຄົນ ສົ່ງໃຫ້ຫ້ອງຕຳຫຼວດ ປກສ ນວ ສືບຕໍ່ຂະຫຍາຍຜົນ

0
297

ໂດຍສືບຕໍ່ປະຕິບັດຕາມຄໍາສັ່ງເລກທີ 06/ນຍ ແລະ ແຈ້ງການ 524/ຫສນຍ ກອງພັນປ້ອງກັນເຄື່ອນທີ່ ປກສ ນວ ສົມທົບກັບທະຫານ ນວ ອອກກວດກາລາດຕະເວນ ໃນຄືນວັນທີ 13 ພຶດສະພາ 2020 ຕາມເສັ້ນທາງໂພນເຄັງ-ດອນໜູນ-ທ່າງ່ອນ ພໍໄປຮອດເຂດປໍ້ານໍ້າມັນ ເຂດບ້ານດ່ານຊ້າງ ພົບເຫັນກຸ່ມຄົນຈໍານວນໜື່ງ ມີພຶດຕິກໍາໜ້າສົງໄສ ເຈົ້າໜ້າທີ່ຈຶ່ງຂໍເຂົ້າກວດກາ ພົບຢາບ້າລວມມີ 20 ເມັດ ຊຸກເຊື່ອງໄວ້ຂ້າງກໍາແພງ ຈິ່ງກັກຕົວມາສອບສວນ.

ຜ່ານການສອບສວນເບື້ອງຕົ້ນ ກຸ່ມມົ້ວສຸມຢາເສບຕິດມີທັງໝົດ 6 ຄົນ ຄື: ທ້າວ ຊາດ ອາຍຸ 48 ປີ ກຳມະກອນ ຢູ່ບ້ານຫ້ວຍເຕີຍ, ທ້າວ ເຈອາມອນ ອາຍຸ 24 ປີ, ທ້າວ ສີອໍາໄພ ອາຍຸ 20 ປີ, ທ້າວ ສະຖາພອນ ອາຍຸ 26 ປີ ທັງ 3 ຄົນ ກໍາມະກອນ ຢູ່ບ້ານດ່ານຊ້າງ,

ທ້າວ ວິໄຊ ອາຍຸ 38 ປີ ກໍາມະກອນ ຢູ່ບ້ານດອນຕີ້ວ ເມືອງໄຊທານີ ແລະ ທ້າວ ເຄ ອາຍຸ 38 ປີ ກໍາມະກອນ ຢູ່ບ້ານຫາດກັນຊາ ເມືອງແກ້ວອຸດົມ ແຂວງວຽງຈັນ ແລະ ພວກກ່ຽວຍອມຮັບສາລະພາບວ່າໄດ້ຮ່ວມກັນມົ້ວສຸມຢາເສບຕິດແທ້.

ມາວັນທີ 15 ພຶດສະພາ 2020 ກອງພັນປ້ອງກັນເຄື່ອນທີ່ ປກສ ນວ ໄດ້ມອບຕົວທັງ 6 ຄົນ ໃຫ້ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ຫ້ອງຕໍາຫຼວດ ປກສ ນວ ເພື່ອສືບສວນ-ສອບສວນ ຂະຫຍາຍຜົນຫາກຸ່ມແກ້ງມົ້ວສຸມ ແລະ ຜູ້ທີ່ຄ້າຂາຍຢາເສບຕິດ ມາລົງໂທດຕາມລະບຽບກົດໝາຍ.

ປກສ ນະຄອນຫລວງວຽງຈັນ

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.