ຕອນເຊົ້າວັນທີ 21 ກັນຍາ 2021, ຈຸດກວດກາບ້ານຂຸດ 3 ບາດ ເມືອງໄຊທານີ ນວ ພົບເຫັນລົດຮຸນໄດ 3 ຄັນກຳລັງຂົນຍ້າຍແຮງງານ 40ກວ່າຄົນ ເຂົ້າມາໂຮງງານ ນ້ຳສາລີຕັ້ງຢູ່ບ້ານເວີນຄຳ ເຈົ້າໜ້າທີ່ຢຸດກວດກາ ແລະ ສຶກສາອົບຮົມໃຫ້ກັບຄືນ ເພາະວ່າການຂົນຍ້າຍແຮງງານຄັ້ງນີ້ເປັນການລະເມີດຕໍ່ຄຳສັ່ງເລກທີ016/ຈນວ ແລະ ແຈ້ງການແນະນຳຂອງພະແນກອຸດສາຫະກຳ-ການຄ້າເລກທີ 1323/ອຄ.ນວ.ຄພນ. ສ່ວນໂຮງງານດັ່ງກ່າວເຈົ້າໜ້າທີ່ກຳລັງກວດສອບ ລາຍລະອຽດຈະລາຍງານໃຫ້ຊາຍພາຍຫຼັງ.
ສືບຕໍ່ຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດຄຽງຄູ່ກັບການຕ້ານ, ສະກັດການ ແລະ ແກ້ໄຂການແຜ່ລະບາດໂຄວິດໃຫ້ໝົດໄປ ຖ້າພົບເຫັນມີການລະເມີດໃຫ້ແຈ້ງຂໍ້ມູນຜ່ານຊ່ອງທາງເບີວອບແອັບ 020 28899774