ເວົ້າເລື່ອງຄວາມຮັກ ບໍ່ມີໃຜສາມາດອະທິບາຍ ຫຼື ໃຫ້ນິຍາມກັບມັນໄດ້ຊັດເຈນ ຫຼື ຖືກຕ້ອງດອກ ເພາະມັນເປັນເລື່ອງທີ່ຕ້ອງໃຊ້ຫົວໃຈ ອີກຢ່າງຄວາມມັກແຕ່ລະຄົນກໍ່ຕ່າງກັນ ໝາຍເຖິງສະເປັກແຕ່ລະຄົນບໍ່ຄືກັນ ແຕ່ສິ່ງໜຶ່ງທີ່ທຸກຄົນມີຄືຄວາມງາມໃນແບບສະບັບຂອງໃຜລາວ ບໍ່ມີໃຜງາມກວ່າໃຜຫຼືຂີ້ລ້າຍກວ່າໃຜ ມັນຂຶ້ນກັບມຸມອງແຕ່ລະຄົນ.
ຜ່ານມາແອັດເຊື່ອວ່າພວກເຮົາຈະປາກົດເຫັນການເວົ້າສຽດສີແຟນຫຼໍ່ແຟນງາມແຟນຂີ້ຮ້າຍ ຫຼື ອີກຫຼາຍໆຢ່າງທີ່ຄົນເຮົາເປັນຄົນໄປສັນຫາມາເວົ້າເພື່ອປຽບທຽບສ້າງປົມດ້ອຍໃຫ້ກັນຢູ່ບໍ່ໜ້ອຍ ແຕ່ເຊື່ອເທາະວ່າເມືອເຮົາເຕີບໂຕມາຮອດຈຸດໜຶ່ງແລ້ວ ທັດສະນະຄະຕິ ຄວາມຄິດຕ່າງຫາກທີ່ຈະເຮັດໃຫ້ຄົນເຮົາຢູ່ນໍາກັນໄດ້ດົນ.
ແນວໃດກໍ່ຕາມ ມື້ນີ້ແອັດມີຂໍ້ຄິດໜຶ່ງກ່ຽວກັບການມີຄູ່ ຫຼື ມີແຟນມາຝາກ ເຊິ່ງແອັດເຊື່ອວ່າຫຼາຍຄົນຄິດແບບນີ້ ບໍ່ໄດເຄາກຫວັງທີ່ຈະພົບກັບຄົນສົມບູນແບບ, ບໍ່ໄດ້ຄາດຫວັງວ່າຈະພົບກັບຄົນທີ່ໜ້າຕາດີທີ່ສຸດ ແຕ່ຄາດຫວັງວ່າຈະພົບກັບຄົນທີ່ຍອມຮັບໃນຄວາມບໍ່ສົມບູນແບບຂອງກັນ ແລະ ກັນໄດ້.
ຄົນທີ່ພ້ອມຈະປັບຕົວ ແລະ ຍອມຮັບໃນຂໍ້ດີ ແລະຂໍ້ເສຍຂອງເຮົາໄດ້ ຄົນທີ່ພູມໃຈທີ່ມີເຮົາເປັນແຟນ ຖ້າທ່ານພົບຄົນແບບນີ້ແລ້ວ ບອກເລີຍວ່າໂຊກດີຫຼາຍ ແລະ ຮັກສາຄົນໆນີ້ໄວ້ໃຫ້ດີ.