ຫຼາຍຄົນເຈັບແຊບໄປຕາມໆກັນ ຫຼັງຈາກວານນີ້ພະແນກການຄ້ານະຄອນຫຼວງໄດ້ປະກາດປິດການຊື້-ຂາຍຕາມຫ້າງ, ມິນິມາດທົ່ວໄປ ເຮັດໃຫ້ຄົນໃນນະຄອນຫຼວງວຽງຈັນຈຳນວນບໍ່ໜ້ອຍຫຸ້ມໃສ່ມິນິມາດຫຼາຍແຫ່ງຊື້ເຄື່ອງຂອງມາຕຸນໄວ້ ວ່າແທ້ບາງຄົນເງິນໝົດກະຢ່າເຄື່ອງຕ້ອງມີໃຊ້ກ່ອນ ບາງຄົນກໍນັ່ງອຸກໃຈຊື້ຫຍັງບໍທັນຈັກຊິໃຊ້ຊິກີນແນວໃດ ຊິເປັນຫ່ວງຫຍັງຂະໜາດນັ້ນ ຢ່າລືມຍຸກນີ້ຍຸກອອນລາຍ ເຖິງປິດແທ້ໆທຸກຄົນກໍ່ຍ່ອມມີຊ່ອງທາງຊື້ໄດ້ຢູ່ດີ ມີຄົນມາສົ່ງໃຫ້ຮອດມືອີກ ແລ້ວຈະຫຸ້ມກັນໄປເຮັດຫຍັງໃຫ້ສ່ຽງຕໍ່ໂຄວິດ.
ຜູ້ບໍໄດ້ໄປຢ່າຄຽດເດີ້ ເພາະມື້ນີ້ ວັນທີ 21 ກັນຍາ 2021 ພະແນກອຸດສາຫະກຳ ແລະ ການຄ້າ, ນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການໃໝ່ແລ້ວໃຫ້ເປີດໄດ້ປົກກຕິ ແຕ່ອາດເຄັ່ງເລື່ອງເວລາຕື່ມເລັກໜ້ອຍເທົ່ານັ້ນ ຕາມນີ້ເລີຍ
1 ເລີ່ມແຕ່ວັນທີ 21 – 30 ກັນຍາ 2011 ໃຫ້ບັນດາຫົວຫນ່ວຍວິສາຫະກິດ ບໍລິສັດຂາອອກ-ຂ່າເຂົ້າ, ຮ້ານສັບພະສິນຄ້າ ຮ້ານຄ້າຊຸບເປີມາກ-ມິນິມາດມາກ, ຕະຫຼາດ, ຮ້ານຄ້າຂາຍຍົກ-ຂາຍຍ່ອຍທົ່ວໄປ ແລະ ປ້ຳນໍ້າມັນເຊື້ອໄຟຢູ່ນະຄອນຫຼວງວຽງຈັນ ທີ່ເຄື່ອນໄຫວດໍາເນີນທຸລະກິດເປັນປົກກະຕິ ບໍລິການ ເຄື່ອງອຸປະໂພກ, ບໍລິໂພກ ແລະເຄື່ອງໃຊ້ສອຍປະຈໍາວັນທີ່ຈໍາເປັນ ອອກຈໍາຫນ່າຍໃຫ້ຜູ້ຊົມໃຊ້ ແລະ ພຽງພໍກັບຄວາມຕ້ອງການ;
2 ສໍາລັບຢູ່ເຂດບ້ານແດງ ແມ່ນໃຫ້ປະຕິບັດຕາມແຈ້ງການຂອງກະຊວງສາທາລະນະສຸກ ເລກທີ 0488/ສທ, ລົງວັນທີ 20/5/2011 ວ່າດ້ວຍການກໍານົດເຂດການລະບາດເພື່ອປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດ ໂຄວິດ19
3 ໃຫ້ປະຕິບັດ ໃນຂອດບໍລິການຊື້-ຂາຍ ດັ່ງນີ້ ເປີດ ບໍລິສັດຂາອອກ-ຂາເຂົ້າ ທີ່ເຮັດການນໍາເຂົ້າສິນຄ້າອຸປະໂພກ ແລະ ບໍລິໂພກ ໃນສໍານັກງານຫ້ອງການ, ລະບົບສາງ ໂດຍໃຫ້ມີການຈັດຕັ້ງແປງຜູ້ມາປະຈໍາການ ແລະ ການປ້ອງກັນເວນຍາມ.
ສໍາລັບຮ້ານສັບພະສິນຄ້າ, ຮ້ານຊຸບເປີມາເກັດ, ຮ້ານມິນິມາກ ແລະ ຮ້ານຄ້າຂາຍຢອຍ ທີ່ຕັ້ງຢູ່ໃນ ຫຼື ນອກສູນການ ຄໍາທີ່ຈໍາຫນ່າຍເຄື່ອງອຸປະໂພກ-ບໍລິໂພກ, ອາຫານແຫ້ງ, ອາຫານສໍາເລັດຮູບ, ຮ້ານຂາຍຢາ, ຮ້ານຂາຍອຸປະກອນການ ແພດ,ເຄື່ອງໃຊ້ໃນຄົວເຮືອນ ແລະ ສິນຄ້າກະສິກໍາ ແມ່ນໃຫ້ເປີດບໍລິການຕາມເຂດ, ເວລາທີ່ກໍານົດໃຫ້ ແຕ່ໃຫ້ ປະຕິບັດມາດຕະການປ້ອງກັນການລະບາດຂອງພະຍາດ COVID-19 ຢ່າງເຂັ້ມງວດ.
ເປັນຕົ້ນ ຢູ່ທາງເຂົ້າ ໃຫ້ຈັດ ພະນັກງານເພື່ອວັດແທກອຸນຫະພຸມ, ມີນໍ້າຢາລ້າງມືແບບລ້າງແຫ້ງ ຫຼື ລ້າງມືແບບປຽກ, ໃສ່ຜ້າປິດປາກ-ດັງ, ໃຫ້ຈໍາກັດຄົນທີ່ເຂົ້າມາໃນຮ້ານ ບໍ່ໃຫ້ເຂົ້າບາດດຽວ, ການເລາະຊື້ໃຫ້ຢູ່ຫ່າງກັນ ຢ່າງຫນ້ອຍ 01 ແມັດຂື້ນໄປ, ການຕັ້ງ ໂຕະຂາຍສິນຄ້າ ໃຫ້ຫ່າງກັນ 01 ແມັດ ໃຫ້ປະຕິບັດຫຼັກການຄວາມສະອາດ, ພາຍໃນຮ້ານໃຫ້ມີອາກາດຖ່າຍເທສະດວກ, ບໍ່ໃຫ້ ຈັດກິດຈະກໍາທຸກປະເພດອະນຸຍາດໃຫ້ເປີດການຊື້-ຂາຍເຄື່ອງອຸປະໂພກ-ບໍລິໂພກ ດ້ວຍການຈັດຊື້, ຈັດສົ່ງ ແລະ ຮັບເອົາ ທີ່ຮັບປະກັນການປ້ອງກັນການແຜ່ເຊື້ອພາດໄດ້.
ຫ້າມສວຍໂອກາດຂຶ້ນລາຄາສິນຄ້າ ແລະ ບໍລິການ ຕາມລໍາພັງໃຈ, ກັກຕຸນສິນຄ້າ ທີ່ເປັນການເອົາປຽບຜູ້ບໍລິໂພກໂດຍບໍ່ຊອບທໍາ ແລະ ຈໍາຫນ່າຍສິນຄ້າທີ່ບໍ່ປອດໄພທາງດ້ານຄຸນນະພາບເປັນອັນຂາດ, ການຈໍາຫນ່າຍສິນຄ້າໃຫ້ຜູ້ຕະຫຼາດ ແມ່ນໃຫ້ເປີດຂາຍສະເພາະແຕ່ຮ້ານຄ້າທີ່ຂາຍສິນຄ້າ ປະເພດ: ສິນຄ້າກະສິກຳ, ອາຫານສົດ, ອາຫານແຫ້ງ, ເຄື່ອງປຸງແຕ່ງອາຫານ ແລະ ອາຫານຊື້ກັບບ້ານ.
ກໍານົດເວລາເປີດ-ປິດແຕ່ 6:00 ໂມງ – 18:00 ໂມງ ແຕ່ໃຫ້ປະຕິບັດມາດຕະການໄລຍະຫ່າງ ແຕ່ 01 ແມັດ ຂື້ນໄປ. ສ່ວນການບໍລິການ ຫຼື ຮ້ານຂາຍສິນຄ້າປະເພດອື່ນໆຢູ່ໃນຕະຫຼາດ ທີ່ບໍ່ຈໍາເປັນແມ່ນໃຫ້ປິດຊົ່ວຄາວ.
ປ້ຳນໍ້າມັນເຊື້ອໄຟ ແມ່ນໃຫ້ເປີດບໍລິການຕາມປົກກະຕິ ແຕ່ໃຫ້ເຂັ້ມງວດການປະຕິບັດມາດຕະການປ້ອງກັນເຊື້ອພະຍາດໂດວິດ-19 ກຳນົດເວລາເປີດ-ປິດແຕ່ 6:00 ໂມງ – 18:00 ໂມງ.