ໂຈະການຂົນສົ່ງໂດຍສານ! ນະຄອນຫຼວງວຽງຈັນ-ບັນດາແຂວງຕ່າງໆ ເຖິງວັນທີ 30 ກັນຍາ 2021 ກະຊວງໂຍທາທິການ ແລະຂົນສົ່ງ ພະແນກໂຍທາທິການ ແລະ ຂົນສົ່ງ ໄດ້ໃຫ້ຮູ້ວ່າ: ຕາມແຈ້ງການຂອງທາງຄະນະສະເພາະກິດທີ່ໄດ້ມີການປິດການເຂົ້າອອກນະຄອນຫຼວງວຽງຈັນ, ທາງ ຍທຂ ກໍ່ໄດ້ໂຈະການຂົນສົ່ງໂດຍສານຊົ່ວຄາວ ລະຫວ່າງ
ນະຄອນຫຼວງວຽງຈັນ-ບັນດາແຂວງຕ່າງໆ ຈົນເຖິງວັນທີ 30 ກັນຍາ 2021 ເພື່ອສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄ ວິດ-19 ຫ້ອງການ ຍທຂ ເມືອງ ສົມທົບກັບຄະນະສະເພາະກິດຂັ້ນເມືອງ ຈະໄດ້ກວດກາຕາມສາຍທາງ ກໍລະນີພົບເຫັນຜູ້ລະເມີດ ກໍ່ຈະຖືກປະຕິບັດຕາມມາດຕະການຂອງຄະນະສະເພາະກິດແຕ່ລະເມືອງ ຢ່າງເຂັ້ມງວດ