ກົດໄລ້ ກົດແຊຣ໌ ດວງລາຍວັນ 21 ກັນຍາ ດວງການງານ ດວງການເງິນ ແລະ ດວງຄວາມຮັກ

0
167

ຄົນເກີດວັນອາທິດ:ການ​ງານມີ​ໂອ​ກາດ​ພົບ​ການ​ປ່ຽນ​ແປງ​ຍົກ​ຍ້າຍ​ໄດ້​ວຽກງານ​ໃໝ່ ການ​ເງິນມື້​ນີ້​ໂຊ​ກດີ​ຈະ​ໄດ້​ເງິນ​ກ້ອນ​ໃຫຍ່ເຂົ້າມາໃຊ້ຈ່າຍ ຄວາມ​ຮັກເກີດ​ການ​ຂັດ​ແຍ້ງ​ກັບ​ຄົນ​ຮັກຢູ່ໃນໄລຍະຜິດໃຈກັນ ເຄື່ອງມຸງຄຸນເງິນ ສີມຸງຄຸນ​ສີບົວ ເລກ​ນຳ​ໂຊກ​4

ຄົນເກີດວັນຈັນ:ການ​ງານເກີດ​ການ​ປ່ຽນ​ແປງ​ຍົກ​ຍ້າຍ​ເດີນທາງ​ໄກ​ມີ​ໂອ​ກາດ​ໄດ້​ພົບ​ໂອ​ກາດ​ໃໝ່ ປະ​ສົບ​ຄວາມ​ສຳ​ເລັດ ການ​ເງິນ​ຈະ​ໄດ້​ໂຊກ​ຈາກ​ຜູ້ໃຫຍ່ເຂົ້າມາຊ່ວຍເຫຼືອທາງດ້ານການເງິນ:ຄວາມ​ຮັກ​ໄດ້​ພົບ​ຄູ່​ຮັກ​ຄູ່​ຄອງ​ທີ່​ດີເຂົ້າມາໃຫ້ຮູ້ຈັກ ອາດໄດ້ລົງເອີຍ ເຄື່ອງມຸງຄຸນຄໍາຝຣັ່ງ ສີມຸງຄຸນສີດໍາ ເລກ​ນຳ​ໂຊກ​7

ຄົນເກີດວັນອັງຄານ:ການ​ງານອາດ​ເກີດ​ການ​ຂັດ​ແຍ້ງ​ກັບ​ເພື່ອນຮ່ວມງານ​ຈະມີເລື່ອງຂັດສົນກັນ ການ​ເງິນລະ​ວັງ​ຈະ​ເກີດ​ເລື່ອງ​ຂັດ​ແຍ້ງ​ດ້ານ​ຜົນ​ປະໂຫຍດ​ກັບ​ຮຸ້ນ​ສ່ວນ ຄວາມ​ຮັກການເດີນທາງ​ຕິດ​ຕໍ່​ງານ​ນຳ​ພາ​ໃຫ້​ຕົນເອງ​ໄປ​ພົບ​​ຄົົນທີ່​ຖືກ​ໃຈ ເຄື່ອງມຸງຄຸນ​ໄຂ່ມຸກ ສີມຸງຄຸນສີ​ນໍ້າຕານ ເລກ​ນຳ​ໂຊກ​9

ຄົນເກີດວັນພຸດ:ການ​ງານ​  ໄດ້​ສ້າງ​ຜົນ​ງານ​ທີ່​ໂດດ​ເດັ່ນ​ປະ​ສົບ​ຄວາມ​ສຳ​ເລັດ​ຕາມ​ເປົ້າ​ໝາຍ​ທີ່​ຕົນເອງ​ນັ້ນ​ຕ້ອງ​ການ ການ​ເງິນຈະ​ເສຍ​ເງິນ​ຈ່າຍ​ຄ່າ​ສ້ອມ​ແຊມຂອງ​ໃຊ້​ທີ່​ເສຍ​ຫາຍ
ຄວາມ​ຮັກໄດ້​ພົບ​ຄົນ​ຜິວ​ຂາວ ມີສະເໜ່ເຂົ້າມາໃຫ້ຮູ້ຈັກ ເຄື່ອງມຸງຄຸນ​​ໄຂ່ມຸກ ສີມຸງຄຸນສີຂຽວ ເລກ​ນຳ​ໂຊກ​3

ຄົນເກີດວັນພະຫັດ:ການ​ງານພົບ​​ອຸປະສັກ​ດ້ານ​ການ​ງານ​ຕ້ອງ​ເລັ່ງ​ໃນ​ການ​ແກ້​ບັນຫາ​ສະເພາະ​ໜ້າ​ຢ່າງ​ເລັ່ງ​ດ່ວນ ການ​ເງິນມີ​ໂຊກ​ຈະ​ໄດ້​ເງິນ​ກ້ອນ​ໃຫຍ່ເຂົ້າມາໃຫ້ໃຊ້ຈ່າຍ ຄວາມ​ຮັກໄດ້​ພົບ​ຄູ່​ຮັກ​ຄູ່​ຄອງ​ທີ່​ດີເພາະລາວເປັນຄົນທີ່ຮັກທ່ານຫຼາຍ ເຄື່ອງມຸງຄຸນແຫວນຄໍາ ສີມຸງຄຸນສີສົ້ມ ເລກ​ນຳ​ໂຊກ6

ຄົນເກີດວັນສຸກ:ການ​ງານ​ພົບ​ບັນຫາ​ເລັ່ງ​ດ່ວນ​ທີ່​ຈະ​ຕ້ອງ​ອາໄສ​ຄວາມ​ສາມາດ​ພິເສດ​ໃນ​ການ​ແກ້​ໄຂ​ບັນຫາ ການ​ເງິນຈະ​ເສຍ​ເງິນ​ແບບ​ບໍ່ທັນຕັ້ງໂຕໃຫ້​ກັບ​ບໍລິວານ ຄວາມ​ຮັກສົມ​ຫວັງ​ໃນ​ເລື່ອງ​ຄວາມ​ຮັກ ຢູ່ໃນໄລຍະທີ່ກໍາລັງຖ້າລຸ້ນຂ່າວດີ ເຄື່ອງມຸງຄຸນ​​ເພັດສີແດງ ສີມຸງຄຸນໄຂ່ມຸກ ເລກ​ນຳ​ໂຊກ​7

ຄົນເກີດວັນເສົາ:ການ​ງານປັບ​ປ່ຽນ​ກົນ​ລະຍຸດ​ໃນ​ການເຮັດ​ທຸລະກິດ​ໃໝ່​ໄດ້​ຜົນ​ກຳ​ໄລ​ເປັນ​ຈໍານວນຫຼາຍ ການ​ເງິນຈະ​ໄດ້​ໂຊກ​ຈາກ​ຄວາມສາມາດຂອງທ່ານເອງ ຄວາມ​ຮັກບໍ່​ຄິດ​ຈະ​ທຸ້ມເທ​ໃນ​ເລື່ອງ​ຂອງ​ຄວາມ​ຮັກເພາະທ່ານສົມຫວັງຢູ່ແລ້ວ ເຄື່ອງມຸງຄຸນ​ເພັດສີແດງ ສີມຸງຄຸນສີບົວ ເລກ​ນຳ​ໂຊກ​1

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.