ກົດໄລ້ ກົດແຊຣ໌ ດວງລາຍວັນ 20 ກັນຍາ ດວງການງານ ດວງການເງິນ ແລະ ດວງຄວາມຮັກ

0
207

ວັນຈັນ:ການ​ງານ ​​ກ່ຽວກັບ​ເລື່ອງ​ຂອງ​ການ​ງານແມ່ນຈະຊັກຊ້າ​ ບາງເທື່ອ​ຮູ້ສຶກ​ກັງ​ວົນ​ໃຈ​ໃນ​ເລື່ອງ​ການ​ງານ​ ຈຶ່ງ​ຢາກ​ຈະ​ປ່ຽນ​ງານ​ເພື່ອ​ຄວາມ​ກ້າວ​ຫນ້າທີ່​ດີກວ່າ​ໃນ​ປະຈຸບັນ​ ການ​ເງິນ​ ລະ​ວັງ​ການ​ໃຊ້​ຈ່າຍ​ ແລະ​ການ​ໃຊ້​ເງີນ​ໃນ​ຊ່ວງ​ນີ້​ ແຕ່​ກໍ​ມີ​ຄວາມ​ສາມາດ​ທີ່​ຈະ​ຫາ​ເຂົ້າ​ມາ​ໄດ້​ຢ່າງ​ເປັນ​ໂຊກ​ ຄວາມ​ຮັກ ຄື​ຈະ​ດີ​ ແຕ່​ກໍຍັງ​ບໍ່​ເປັນ​ຢ່າງ​ທີ່​ທ່ານ​ຄາດ​ຫວັງ​ທັງ​ໝົດ​ ໃນ​ຊ່ວງ​ນີ້​ລະ​ວັງ​ການ​ຂັດ​ແຍ້ງ​ກັບ​ຄົນ​ຮັກ​

ວັນອັງຄານ:ການ​ງານ ການ​ເຈລະ​ຈາ​ຕໍ່​ລອງ​ທາງ​ດ້ານ​ການ​ງານ​ນຳ​ພາ​ຄວາມ​ສຳ​ເລັດ​ມາສູ່​ຕົນເອງ​ ຫລື​ໄດ້ຮັບ​ຄວາມ​ຊັດເຈນ​ບາງຢ່າງ​ໃນ​ມື້​ນີ້​ ການ​ເງິນ ມີ​ແຕ່​ເລື່ອງ​ຈ່າຍ​ໃນ​ຊ່ວງ​ນີ້​ ບໍ່​ສາມາດ​ຄວບ​ຄຸມ​ລາຍ​ຈ່າຍ​ໄດ້​ດີພໍ​ ແລະ​ຈຳນວນ​ເງີນ​ທີ່​ຕ້ອງ​ເກັບ​ຍັງ​ໄດ້​ບໍ່​ກົງ​ຕາມ​ທີ່​ເວົ້າໄວ້ ຄວາມ​ຮັກ ຄວາມ​ສຳພັນ​ຍັງ​ດຳ​ເນີນ​ໄປ​ໄດ້​ຢ່າງ​ເລື່ອຍໆ​ ໃນ​ຊ່ວງ​ນີ້​ ຖ້າໃຜ​ຍັງ​ບໍ່​ມີຄົ​ນ​ຮັກ​ ຊ່ວງ​ນີ້​ກໍ​ຈະ​ມີຄົນ​ມີ​ຊື່​ສຽງ​ເຂົ້າ​ມາ​ໃນ​ຊີວິດ​

ວັນພຸດ:ການ​ງານ ຈະ​ເຮັດ​ສິ່ງ​ໃດ​ໃນ​ຊ່ວງ​ນີ້​ຕ້ອງ​ເຮັດ​ໃນ​ສິ່ງ​ທີ່​ໃຈ​ຮັກ​ເທົ່າ​ນັ້ນ​ຈຶ່ງ​ຈະ​ມີ​ຄວາມ​ສຳ​ເລັດ​ ແຕ່​ອຸປະສັກ​ຕ່າງ​ໆ​ ກໍ​​ມີ​​ເປັນ​ທຳມະດາ​ ການ​ເງິນ ພະຍາຍາມ​ບໍລິຫານ​ການ​ໃຊ້​ຈ່າຍ​ ແລະ​ການ​ໃຊ້​ເງີນ​ໃຫ້​ຜ່ານ​ພົ້ນ​ໄປ​ໄດ້​ຢ່າງ​ເປັນ​ໂຊກ​ ແລະ​ມີ​ໂຊກ​ນ້ອຍ​ໆ​ ເຂົ້າ​ມາ​ເຮັດໃຫ້​ເຈົ້າ​ຊະ​ຕາ​ດີ​ໃຈ​ໄດ້​​ນັ້ນ​ເອງ​ ຄວາມ​ຮັກ ຄວາມ​ສຳພັນ​ດ້ານ​ຄວາມ​ຮັກ​ເປັນ​ໄປ​ຢ່າງ​ທີ່​ທ່ານ​ຄາດ​ຫວັງ​ ອາດຈະມີເລື່ອງມາເຮັດໃຫ້ກັງວົນໃຈ ແຕ່​ກໍ​ຈະ​ສາມາດ​ປັບ​ຄວາມ​ເຂົ້າໃຈ​ກັນ​ໄດ້​

ວັນພະຫັດ:ການ​ງານ​ ຈະ​ພົບ​ອຸປະສັກ​ສະ​ລັບ​ກັນ​ໄປ​ໃນ​ຊ່ວງ​ນີ້​ ເປັນ​ຊ່ວງ​ເວລາ​ທີ່​ຈະ​ພິສູດ​ຕົນ​ເອງ​ ແຕ່​ເມື່ອ​ມີ​ຄວາມ​ຕັ້ງ​ໃຈ​ກໍ​ຈະ​ຜ່ານ​ໄປ​ໄດ້​ ການ​ເງິນ ມີ​ໂຊກ​ຈະ​ໄດ້​ເງິນຈາກຍາດພີ່ນ້ອງ ຫຼື ໝູ່ເພື່ອນ​ ຄົນ​ໃກ້​ຊິດ​ຈະ​ນຳ​ພາ​ໂຊກ​ ຫລື​ໂອ​ກາດ​ທີ່​ດີ​ມາສູ່​ທ່ານ ຄວາມ​ຮັກ ໄດ້​ພົບ​ໃຜ​ບາງ​ຄົົນທີ່​ຈະ​ເຂົ້າ​ມາ​ໃນ​ຊ່ວງ​ນີ້​ ເປັນ​ຄົນ​ມີ​ຄວາມຫມັ້ນ​ໃຈ​ ຮູບ​ຮ່າງ​ສັນ​ທັດ​ ຊຶ່ງ​ໝູ່​ຈະ​ແນະ​ນຳ​ໃຫ້​ຮູ້​ຈັກ​ກັນ​

ວັນສຸກ:ການ​ງານ ຈະ​ຈັບ​ຈະເຮັດງານ​ຫຍັງ​ໃນ​ຊ່ວງ​ນີ້​ຈະ​ປະ​ສົບ​ຄວາມ​ສຳ​ເລັດ​ຢູ່ໃນ​ເກນ​ທີ່​ດີ​ ມີ​ຄວາມ​ກ້າວ​ໜ້າ​ຢ່າງ​ທີ່​ຕັ້ງ​ໃຈ​ເອົາ​ໄວ້​ ການ​ເງິນ ​ ພົບ​ອຸປະສັກ​ຕິດ​ຂັດ​ ແຕ່​ກໍ​ຈະ​ຜ່ານ​ພົ້ນ​ໄປ​ໄດ້​ຈາກ​ຄວາມ​ພະຍາຍາມ​ຂອງ​ທ່ານ​ເອງ​ ຄວາມ​ຮັກ ມີ​ຄວາມ​ສຸກ​ສົມ​ຫວັງ​ລົງ​ຕົວ​ ມີ​ໂອ​ກາດ​ພົບ​ຄົົນທີ່​ຖືກ​ໃຈ​ໃນ​ຊ່ວງ​ນີ້​ ທ່ານ​ຈະ​ນຳ​ຄວາມ​ສຸກ​ ຫລື​ສິ່ງ​ດີ​ໆ​ ມາສູ່​ທ່ານ

ວັນເສົາ:ການ​ງານ​ ເຮັດ​ຕາມ​ຫນ້າທີ່​ໃຫ້​ດີ​ທີ່ສຸດ​ ແລະ​ເຮັດ​ດ້ວຍ​ຄວາມ​ຮອບຄອບ​ ການ​ວາງ​ແຜນ​ທີ່​ດີ​ ຈະ​ເຮໃຫ້​ປະ​ສົບ​ຄວາມ​ສຳ​ເລັດ​ໄດ້​ບໍ່​ຍາກ​ ການ​ເງິນ​ ລະ​ວັງ​ເລື່ອງ​ການ​ໃຊ້​ຈ່າຍ​ ໃນ​ຊ່ວງ​ນີ້​ຄວນ​ປະ​ຢັດ​ໄດ້​ແລ້ວ​ ກ່ອນ​ຈ່າຍ​ສິ່ງ​ໃດ​ອອກ​ໄປ​ຄວນ​ຄິດ​ໃຫ້​ຫລາຍ​ ຄວາມ​ຮັກ ຈະ​ໄດ້​ພົບ​ຄົນ​ດີ​ ໃຜ​ບາງ​ຄົົນທີ່​ຈະ​ເຂົ້າ​ມາ​ສ້າງ​ຄວາມ​ຜູກ​ພັນ​ດ້ວຍ​ບຸນ​ເກົ່າ​ນຳ​ພາ​ມາ​ໃຫ້​ໄດ້​ພົບ​​ກັນ

ວັນອາທິດ:ການ​ງານ ຈະ​ເຮັດ​ສິ່ງ​ໃດ​ໃນ​ຊ່ວງ​ນີ້​ຈະ​ປະ​ສົບ​ຄວາມ​ສຳ​ເລັດ​ ຫລື​ໂຊ​ກດີ​ຢ່າງ​ບໍ່​ໜ້າ​ເຊື່ອ​ ເກີດ​ຄວາມ​ຈະເລີນ​ຮຸ່ງ​ເຮືອງ​ ການ​ເງິນ ຄວາມດຸໝັ່ນ​ຈະ​ນຳ​ພາ​ໂອ​ກາດ​ ແລະ​ຄວາມ​ສຳ​ເລັດ​ມາສູ່​ຕົນເອງ​ ໃຊ້​ຄວາມ​ພະຍາຍາມ​ຫລາຍ​ ໆ​ ຈຶ່ງ​ຈະ​ດີ​ ​ຄວາມ​ຮັກ ຍັງ​ບໍ່​ລົງ​ຕົວ​ໃນ​ເລື່ອງ​ຄວາມ​ສຳພັນ​ ເພາະ​ໃນ​ເລື່ອງ​ຂອງໄລຍະ​ທາງ​ ຫລື​ເວລາ​ທີ່​ບໍ່​ກົງ​ກັນ​ຈຶ່ງ​ບໍ່​ໄດ້​ພົບກັນ​​

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.