ຜູ້ໃຊ້ເຟສບຸກຊື່Peley Phoutsaphone ໄດ້ໂພສວ່າ : ຂໍຊີ້ແຈງເລື່ອງຄົນໄທທີ່ແປງຈັກຢູ່ໂຮງງານເນື່ອງຈາກມີຄົນໂທມາຖາມຈຳນວນຫລາຍ ເວົ້າໃຫ້ຟັງໃນໂພສນີ້ໃຫ້ຈົບລະເດີ້ຄືປະເດັນທີ່ມີຄົນບອກວ່າທາງໂຮງງານອານປີລາເອົາຊ່າງຈັກຄົນໄທແປງຈັກຄົນໄທໃນໂຮງງານໂດຍບໍ່ມີການກັກໂຕ #ບໍ່ມີມູນຄວາມຈີງຄົນທຳອິດທີ່ນຳເອົາໂຄວິດມາຕິດໃນໂຮງງານ ແມ່ນຊ່າງຈັກທີ່ເປັນຄົນລາວທີ່ເຮັດວຽກຢູ່ໂຮງງານອານພີລາວ ນາມສົມມຸດ ທ້າວ ກ, ເຊີ່ງທ້າວ ກ ແມ່ນໄດ້ໄປພົວພັນກັບ ຊ່າງຈັກຄົນໄທທີ່ຢູ່ໂຮງງານອື່ນ (ເຊີ່ງຄົນໄທຢູ່ໂຮງງານອື່ນນັ້ນແມ່ນຢູ່ລາວແຕ່ດົນແລ້ວ ບໍ່ແມ່ນຫາກໍ່ຂ້າມມາແຕ່ປະເທດໄທ), ແລ້ວ ທ້າວ ກ ກໍ່ມາເຮັດວຽກເປັນປົກກະຕິ.
ຫລັງຈາກນັ້ນ ທ້າວ ກ ກໍ່ມີອາການໄຂ້ ແລ້ວກໍ່ໄດ້ໄປກວດ ປະກົດວ່າເປັນພະຍາດໂຄວິດໃນວັນທີ16/9ທີ່ຜ່ານມາ. ຫລັງຈາກນັ້ນທາງໂຮງງານກໍ່ໄດ້ກັກໂຕພະນັກງານທຸກຄົນແລ້ວທາງໜ່ວຍສະເພາະກິດກໍ່ມາເກັບຕົວຢ່າງ ໃນມື້ທີ່16/9 ຈຳນວນ 227ຕົວຢ່າງ ກວດພົບ115ຄົນ.
ວັນທີ 17/9 ເກັບຕົວຢ່າງ488ຕົວຢ່າງ ກວດພົບ132ຄົນ ເຊີ່ງມື້ນີ້ທີ່ 18/9 ກໍ່ໄດ້ມີການເກັບຕົວຢ່າງເຊັນດຽວກັນ ແຕ່ຜົນຍັງບໍ່ທັນອອກ ທາງໂຮງງານແມ່ນຈະມີການກວດຫາເຊື້ອພະນັກງານທຸກຄົນ100% ຫ້າມໂທມາຖາມອີກເດີ້ວ່າຄົນໄທລັກຂ້າມມາແປງຈັກຫັນຂໍເວລາພັກຜ່ອນກ່ອນເດີ້ ຢ້ານບໍ່ສະບາຍ
ຊີ້ແຈງເລື່ອງຊ່າງຄົນໄທ ທີ່ແປງຈັກຢູ່ໂຮງງານ ຈຸດເລີ່ມການແຜ່ລະບາດ ໂ ຄ ວ ິ ດ ຄັ້ງນີ້