ມື້ນີ້ມີຂ່າວສາວລາວໃຈກ້າ ຫຼັງຖືກໂຈນ 500 ດຶງໂທລະສັບໂຕເອງ ຕັດສິນໃຈທຸ່ມສຸດຕົວເອົາຄໍເສື້ອໂຈນຈົນລົ້ມບໍ່ເປັນທ່າ ບໍ່ພຽງເທົ່ານັ້ນຍັງໄດ້ຂອງໂຕເອງຄືນມາພ້ອມຂອງແຖມຫຼາຍຢ່າງ ງານນີ້ໂຈນໜີທັນແຕ່ເຊື່ອວ່າບໍ່ດົນຈະໄດ້ໂຕຢ່າງແນ່ນອນຂອງມີຄ່າໄດ້ມາໃນມືແລ້ວ.
ຜູ້ໃຊ້ເຟສບຸກຊື່: Kataiy Inthavong ໄດ້ໂພສເລົ່ານາທີຊີວິດທີ່ຖືກໂຈນດຶງໂທລະສັບວ່າ ຊິມາແຊ ປະສົບການ ໂຈນດືງ ໂທລະສັບ 😩😩ປານສະແດງໝັງ ບໍ່ຕ່າງຫຍັງ ກັບດືງກະເປົາສາວ ນ່າ ຕອນປີກາຍນີ້😩
ເລື່ອງຄືວ່າເວລາ 9:30 ຂອງວັນທີ 15.9.2021 ຕໍ່ໝ້າ ປ້ຳນ້ຳມັນ ໄຊມຸງຄຸນ (ໃກ້ຮອດໄຟແດງໝອງບືກ) ກາງເວັນແສກໆ😪
ເອົາໂທລະສັບ ໃສ່ຖົງເສື້ອ ສຽບສາຍສະເບົ້າ ຂີ່ລົດຊ້າໆ ຍ້ອນສະພາບຫົນທາງ ຢ່າງທີ່ເຫັນບໍ່ຄ່ອຍດີປານໃດ.
ໂຈນ: ຂີ່ລົດຈັກເວັບ ຮ້ອຍ ສີ ແດງດຳທຳອິດຄິດວ່າຫມູ່ຢອກ ຮູ້ສືກໂຕອີກເທື່ອ ມັນໃດ້ໂທລະສັບໄປແລ້ວ(ຕອນນັ້ນ ບໍ່ຮູ້ຊາຕາກຳໂຕ ເອງວ່າຈະເປັນຫຼືຕາຍ ຄ້ຳລົດໄວ້ກາງທາງ ແລ່ນລົງມາ ໂດດ ດຶງຄໍເສື້ອ ໂຈນ ແລ້ວລົດມັນກໍ່ລົ້ມ ໂຕເອງກະຕົກຄອງ ໂຈນກະຕົກຄອງ😂 ຮິບລຸກຂື້ນມາ ຢ້ານມັນຕີ ພໍດີ ມີພົນລະເມືອງດີ ຈອດລົດ ແລ້ວໃຫ້ການຊ່ວຍເຫຼືອ (ຖ້າອ້າຍເຫັນໂພສນີ້ ຕິດຕໍ່ ຫານ້ອງ ຍັງບໍ່ໃດ້ຂອບໃຈ ເພີ່ນ ຂື້ນລົດໄປກ່ອນ )🥰
ເອົາເປັນວ່າງານນີ້ສາວຜູ້ໂຊກຮ້າຍກາຍເປັນຄົນໂຊກດີ ໂທລະສັບໂຕເອງຄືນ ແລະຍັງໄດ້ລົດໂຈນນຳ ແຕ່ບໍ່ທັນໄດ້ໂຕໂຈນຊື່ໆ
ຂໍໃຫ້ທຸກຄົນລະມັດລະວັງ ດຽວນີ້ ເປັນຕາຢ້ານ ບາງຄົນອາດຈະບໍ່ໂຊກດີຄືຂ້ອຍກະມີ (ສາວຝາດເຕືອນ) ຂອບໃຈຜົນລະເມືອງດີ ແລະ ເຈົ້າໝ້າທີ່ໃຫ້ການຊ່ວຍເຫລືອ ໄດ້ທັນເວລາ🙏🏻🙏🏻🙏🏻