ເຕັມສິບໃຫ້ເທົ່າໃດ? ສາວສອງລາວ ບຸ້ງກີ໋ ທຸ່ມເງິນ 1,3ລ້ານບາດ ສັນຍະກໍາໜ້າໃຫ້ຄື ໃໝ່ ດາວິກາ ດາລາໄທ

0
102

ເຊື່ອວ່າຫຼາຍຄົນຕ້ອງຮູ້ຈັກ ເນັດໄອດໍ້ຄົນນີ້ແນ່ນອນ ກັບສາວບຸ້ງກີ໋ ພິລາວົງ ເຊິ່ງຜ່ານມາຜູ້ກ່ຽວກໍ່ຈະມີເລື່ອງລາວ ຂ່າວຕ່າງໆ ໃຫ້ໄດ້ຕິດຕາມຢູ່ຕະຫຼອດ ໂດຍສະເພາະໃນຊ່ວງທີ່ຜູ້ກ່ຽວເຮັດສັນຍະກໍາມາໃໝ່ໆ ຫວັງແປງໜ້າໃຫ້ເປັນຄື ໃໝ່ ດາວິກາ ດາລາໄທ.

ເຊິ່ງຈະຄ້າຍຄືຫຼາຍໜ້ອຍປານໃດນັ້ນ ເປັນສິ່ງທີ່ຫຼາຍຄົນຄາດຫວັງລໍຖ້າເບິ່ງ ແລະ ແຕ່ລະຄໍາເຫັນນັ້ນ ກໍ່ແລ້ວແຕ່ບຸກຄົນວ່າຈະກຄິແນວໃດ ແຕ່ແອັດເຊື່ອວ່າອີກເລື່ອງໜຶ່ງທີ່ຫຼາຍຄົນຢາກຮູ້ຄົງຈະໜີບໍ່ພົ້ນ ລາຄາການໂມໝົດໜ້າແບບນີ້ ຊິໝົດເທົ່າໃດ.

ເຊິ່ງມື້ນີ້ພວກເຮົາມີຄໍາຕອບຈາກສາວບຸ້ງກີ໋ມາໃຫ້ ໂດຍຜູ້ກ່ຽວແຈ້ງລະອຽດທຸກລາຄາ ທຸກຢ່າງທີ່ເຮັດມາ ເລີ່ມຈາກການແຂ້ງໃຫ້ຮູ້ວ່າໄປເຮັດສັນຍະກໍາຢູ່ໂຮງໝໍ່ໃດມາ, ເຊິ່ງໂຮງໝໍທີ່ສາວບຸ້ງກີ໋ໄປເຮັດນັ້ນແມ່ນ ເຮັດຢູ່ໂຮງໝໍໄອດີ.

ໂດຍລາຄາແກ້ດັງ 6ລ້ານວອນ ຫຼື 182.000ບາດ; ວີລາຍ 10ລ້ານວອນ ຫຼື 304.000 ບາດ; ລົດໂໜກແກ້ມ 7ລ້ານວອນ ຫຼື 213.000 ບາດ; ສີດໄຂມັນໜ້າຜາກ 2,3ລ້ານວອນ ຫຼື 70.000ບາດ; ສະຫຼາຍໄຂມັນໜ້າ ແລະ ໜຽງ  4ລ້ານວອນ ຫຼື 127.000 ບາດ; ສີດຊີລີໂຄນຮ່ອງແກ້ມ 3ລ້ານວອນ ຫຼື 90.000ບາດ; ຮ້ອຍໄໝຍົກກະຊັບ 4,5ລ້ານວອນ ຫຼື 137.000 ບາດ; ລົດໂໜກຄີ້ວ 6ລ້ານວອນ ຫຼື 182.000ບາດ.

ລວມແລ້ວ ສາວບຸ້ງກີ້໋ ເຮັດໄປທັງໝົດປະມານ 42,8ລ້ານວອນ ຫຼື 1.305.000ບາດ, ຫຼາຍຄົນອາດຄິດວ່າແພງ ແຕ່ສາວບຸ້ງກີ໋ບອກໄວ້ວ່າ ຍອມເຮັດແພງແລກກັບມາດຕະຖານດີ ດີກວ່າລາຄາຖືກແລ້ວເນົ່າ.

ສ່ວນໃບໜ້າອອກມາຈະຄ້າຍຄືສາວໃໝ່ ດາວິກາ ຫຼື ບໍ່ນັ້ນ ໃຫ້ທຸກຄົນຕັດສິນຕາມພາບກັນເອົາເອງເດີ້.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.