ລາຍລະອຽດ ຜູ້ ຕ ິ ດ ເ ຊ ື ້ ອ ໃນຊຸມຊົນ 2 ຄົນ ຢູ່ນະຄອນຫຼວງວຽງຈັນ (15/09/2021)

0
291

ສໍາລັບການຕິດເຊື້ອໃນຊຸມຊົນ​ ວັນທີ​ 15​ ກັນຍາ​ 2021​ ຢູ່ນະຄອນຫຼວງວຽງຈັນ 2 ຄົນຄື: ຜູ້ທີ 1 ເພດຊາຍ, ອາຍຸ 29 ປີ, ບ້ານນາທົ່ມ, ເມືອງໄຊທານີ, ອາຊີບ: ພະນັກງານ ປກສ, ບໍ່ມີພະຍາດປະຈຳໂຕ, ໄດ້ສັກວັກຊີນຄົບໂດສ.

ຜູ້ກ່ຽວປະຈຳການຢູ່ສູນຈຳກັດບໍລິເວນ ມຊ ແຕ່ວັນທີ 6 ຫາ 31 ສິງຫາ 2021 ( ວັນທີ 30 ສິງຫາ 2021 ຜູ້ກ່ຽວກວດບໍ່ພົບເຊື້ອ ແຕ່ໝູ່ຂອງຜູ້ກ່ຽວ ກວດພົບເຊື້ອ ) ແລະ ວັນທີ 1 ກັນຍາ 2021 ເຂົ້າຈຳກັດບໍລິເວນຢູ່ສູນທີ່ຄະນະສະເພາະກິດກຳນົດໄວ້ ຈົນມາຮອດ ວັນທີ 14 ກັນຍາ ໄດ້ເກັບຕົວຢ່າງກວດຄັ້ງທີ 2 ຈຶ່ງພົບເຊື້ອ.

ຜູ້ທີ 2 ເພດຊາຍ, ອາຍຸ 58 ປີ, ບ້ານດ່ານຊ້າງ, ເມືອງໄຊທານີ, ອາຊີບ: ພະນັກງານ ປກສ, ບໍ່ມີພະຍາດປະຈຳໂຕ, ໄດ້ສັກວັກຊີນຄົບໂດສ. ຜູ້ກ່ຽວເປັນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອ. ວັນທີ 6 ຫາ 8 ກັນຍາ ຜູ້ກ່ຽວເຂົ້າຮ່ວມກອງປະຊຸມທາງໄກຢູ່ຫ້ອງການ ມີເພື່ອນຮ່ວມງານ 10 ກວ່າຄົນ, ວັນທີ 11 ຫາ 12 ກັນຍາ ຢູ່ບ້ານ, ວັນທີ 13 ກັນຍາ ມາການປົກກະຕິ, ວັນທີ 14 ກັນຍາ ຄອບຄົວ (ພັນລະຍາຕິດເຊື້ອ) ຈຶ່ງໄດ້ໄປກວດ ແລະ ພົບເຊື້ອ.

ສະຖານທີ່ສ່ຽງທີ່ຜູ້ຕິດເຊື້ອໄດ້ເດີນທາງໄປ ແມ່ນຫ້ອງການ ປກສ​ ນະຄອນຫຼວງ

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.