ວັນທີ 13 ກັນຍາ 2021 ທົ່ວປະເທດກວດພົບຜູ້ຕິດເຊື້ອໂຄວິດໃໝ່ 198 ກໍລະນີ ສະຫຼຸບ ສະຖານະການລະບາດຂອງພະຍາດໂຄວິດ ຈາກຄະນະເພາະກິດ ທົ່ວປະເທດກວດພົບຜູ້ຕິດເຊື້ອໃໝ່ 198 ຕົວຢ່າງ , ແຂວງນະຄອນຫຼວງວຽງຈັນຜູ້ຕິດເຊື້ອໂຄວິດ 30 ຄົນ ( 21 ຄົນ ເປັນກໍລະນີນຳເຂົ້າ)( 9 ຄົນ ໃນຊຸມຊົນ) , ແຂວງຈຳປາສັກມີຜູ້ຕິດເຊື້ອໂຄວິດ ຈຳນວນ: 30 ຄົນ ( 5 ຄົນ ເປັນກໍລະນີນຳເຂົ້າ) ( 25 ຄົນ ໃນຊຸມຊົນ), ແຂວງສະຫັວນນະເຂດມີຜູ້ຕິດເຊື້ອໂຄວິດ ຈຳນວນ : 52 ຄົນ ( 39 ຄົນ ເປັນກໍລະນີນຳເຂົ້າ) ( 13 ຄົນ ໃນຊຸມຊົນ), ແຂວງສາລະວັນ: 26 ຄົນ (ເປັນກໍລະນີນຳເຂົ້າ) , ແຂວງບໍ່ແກ້ວ ຕົ້ນເຜິ້ງ 1 ຄົນ (ໃນຊຸມຊົນ) , ແຂວງຄຳມ່ວນ 43 ຄົນ (ໃນຊຸມຊົນ) , ແຂວງຫຼວງພະບາງ 11 ຄົນ ( 2 ຄົນ ເປັນກໍລະນີນຳເຂົ້າ)( 9 ຄົນ ໃນຊຸມຊົນ) ແຂວງຫຼວງນ້ຳທາ 3 ຄົນ (ໃນຊຸມຊົນ) , ແຂວງໄຊຍະບູລີ ( 1 ຄົນ ເປັນກໍລະນີນຳເຂົ້າ) , ແຂວງເຊກອງ ( 1 ຄົນ ໃນຊຸມຊົນ)
ສະນັ້ນຂໍໃຫ້ທຸກຄົນຢ່າປະໝາດ ໃຫ້ພາກັນຮັກສາມາດຕະການຢ່າງເຂັ້ມງວດ ບໍ່ປ່ອຍປະລະເລີຍຕໍ່ມາດຕະການໄປໃສມາໃສໃຫ້ໃສ່ຜ້າປິດປາກປິດດັງ ບໍ່ໄປສະຖານທີ່ແອອັດ ແລະ ມີຄົນຫຼາຍ ເພື່ອຫຼີກລ້ຽງໄລຍະຫ່າງທາງສັງຄົມ ແລະໃຫ້ໝັ່ນລ້າງມືທຸກຄັ້ງເວລາອອກໄປຂ້າງນອກ ຫຼື ຈັບບາຍສິ່ງຂອຕ່າງໆດ້ວຍເຈວແອວກໍຮໍ ສຸດທ້າຍຂໍໃຫ້ທຸກຄົນປອດໄພ ເຮົາຈະຜ່ານວິກິດຄັ້ງນີ້ໄປດ້ວຍກັນ