ປາດໂທ້ເກັ່ງແທ້ບັກຫຼ້າ! ນັກຮຽນ ປໍ 2 ສະເໝີຮຽນ ມໍ7 ເລີຍ ເພາະຕົນເອງສະຫຼາດໂພດ

0
101

ທ້າວປິຕິ ນັກຮຽນ ມ2 ຖາມເອື້ອຍຄູວ່າ ຫລັງຈາກເລີກຮຽນແລ້ວລົມນຳໄດ້ບໍ ? ເອື້ອຍຄູຮັບປາກວ່າ ໄດ້. ເອື້ອຍຄູ : ລົມໄດ້ບາດນີ້. ນ້ອງມີຫຍັງບໍ? ປິຕິ : ນ້ອງຄິດວ່າ ຖ້າສົມທຽບໃສ່ຫມູ່ໃນຫ້ອງນີ້ ນ້ອງສະຫລາດໂພດ ຮຽນກໍຮູ້ສຶກລຳຄານ. ນ້ອງຢາກຂຶ້ນໄປຮຽນຢູ່ຊັ້ນ ມ7 ໂລດໄດ້ບໍ ?

ເອື້ອຍເອົາເລື່ອງນີ້ໄດ້ລົມນຳທ່ານອຳນວຍການ ແລ້ວນັດທ້າວປິຕິໄປທົດສອບຄວາມສະຫລາດ ແລະກໍມີເອື້ອຍຄູນຳຮ່ວມສຳພາດນຳ ທ່ານອຳນວຍການ : 36ຄູນ49 ອອກເທົ່າໃດ? ປິຕິ : 1764 ທ່ານອຳນວຍການ : 363ຄູນ363 ອອກເທົ່າໃດ? ປິຕິ : 131769

ການທົດສອບດຳເນີນໄປປະມານເຄິ່ງຊົ່ວໂມງ ທ້າວປິຕິບໍ່ຄາຈັກຄຳຖາມ. ທ່ານອຳນວຍການເລີຍມອບໃຫ້ເອື້ອຍຄູສຳພາດ ງົວມີ4 ແລະ ເອື້ອຍມີສອງ ແມ່ນຫຍັງ ? ຂາ
ຢູ່ໂສ້ງເອື້ອຍແລະໂສ້ງນ້ອງມີຫຍັງ? ຖົງ ຢູ່ບ່ອນໃດ ຜູ້ຍິງມີຂົນກູດຫລາຍກວ່າຫມູ່ ? ອາຝຣິກ

ແມ່ນຫຍັງອ່ອນໆ ເວລາຖືກມືຜູ້ຍິງແລ້ວແຂງ ? ສີທາເລັບ ແມ່ນຫຍັງ ຢູ່ກາງຂາ? ຫົວເຂົ່າ ຕອນຜູ້ຍິງຍັງໂສດ ມັນແຄບ ບາດເອົາຜົວແລ້ວກວ້າງອອກ ແມ່ນຫຍັງ ?ຕຽງ

ສ້ວນໃດຂອງຮ່າງກາຍເຮົາ ປຽກຢູ່ຕະຫລອດເວລາ? ລີ້ນ ແມ່ນຫຍັງ ຂຽນຂຶ້ນຕົ້ນດ້ວຍ ຫ ບາງຄັ້ງແຫ້ງ ບາງຄັ້ງມີນ້ຳ ?

ຫ້ວຍ ພໍຮອດຄຳຖາມນີ້ ອຳນວຍການທີ່ກຳລັງເຫື່ອແຕກນຳຄຳຖາມເອື້ອຍຄູສອດຂຶ້ນວ່າ ອຳນວຍການ : ສົ່ງລາວໄປຮຽນ ດົງໂດກເລີຍ. ຂ້ອຍເອງຍັງຕອບບໍ່ໄດ້ຄຳຖາມຍາກແບບນີ້.

ແຫລ່ງທີ່ມາ: ສັດທາຄວາມເຊື້ອ

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.