ວັນຈັນ:ການງານ ຄວາມສ້າງສັນ ຄວາມພະຍາຍາມ ການກ້າທີ່ຈະປ່ຽນແປງຈະກໍ່ໃຫ້ເກີດຄວາມສຳເລັດທີ່ດີ ການລອງຜິດລອງຖືກຈະນຳມາປະສົບການທີ່ເປັນປະໂຫຍດໃນການເຮັດທຸລະກິດ ການເງິນ ຫາໃຊ້ຈ່າຍ ຕ້ອງມີເລື່ອງໃຊ້ຈ່າຍອອກໄປແດ່ ຊ່ວງນີ້ຕ້ອງລະວັງຄົົນທີ່ຈະເຂົ້າມາຢືມເງິນ ເພາະຈະໄດ້ຄືນຊ້າ ຫລືບໍ່ໄດ້ຄືນ ຄວາມຮັກ ຈະພົບຄົນເກັ່ງ ມີຄວາມສາມາດ ສະຫລຽວສະຫລາດ ໝັ່ນໃຈໃນຕົນເອງສູງ ຜິວສອງສີ
ວັນຄານ:ການງານ ການເປັນຄົນລະອຽດອ້ອມຄອບ ແລະຄວາມດຸຂອງເຈົ້າຊະຕາຈະນຳມາຊຶ່ງຄວາມສຳເລັດທີ່ດີ ການເງິນ ມີທັງຮັບທັງຈ່າຍ ແຕ່ໃນຊ່ວງນີ້ໃຊ້ຄວາມປະຫຢັດເອົາໄວ້ຈະດີທີ່ສຸດ ຄວາມຮັກ ຍັງບໍ່ລົງຕົວດ້ານຄວາມຮັກ ຄວາມສຳພັນໃນຊ່ວງນີ້ ເພາະຍັງເກີດຄວາມເຂົ້າໃຈກັນຜິດຢູ່ນັ້ນເອງ
ວັນພຸດ:ການງານ ຕິດຕາມຂໍ້ມູນຂ່າວສານແລ້ວຈະກໍ່ໃຫ້ເກີດໂຊກ ແລະຄວາມສຳເລັດ ຈາກການປະຍຸກໃຫ້ເຂົ້າກັບອາຊີບຂອງຕົນເອງ ການເງິນ ຍັງຢູ່ໃນເກນຊົງຕົວ ບໍ່ມີເລື່ອງເດືອດຮ້ອນໃດໆ ໃນຊ່ວງນີ້ ເມື່ອໃຊ້ຄວາມປະຫຢັດຈະເຮັດໃຫ້ມີເງີນເກັບ ຄວາມຮັກ ເບິ່ງຄືຈະດີ ແຕ່ກໍຍັງບໍ່ແມ່ນ ບໍ່ເຖິງກັບທຸກເກີນໄປ ມີເລື່ອງກວນໃຈດ້ວຍ ແຕ່ກໍຍັງພໍທີ່ຈະປັບຕົວເຂົ້າຫາກັນໄດ້
ວັນພະຫັດ:ການງານ ຄວາມສ້າງສັນຈະນຳພາໂອກາດ ແລະຄວາມສຳເລັດທີ່ດີມາສູ່ຕົນເອງ ຜູ້ທີ່ຖ້າຕຳແໜ່ງຢູ່ມີໂອກາດໄດ້ເລື່ອນຂັ້ນ ເລື່ອນຕຳແໜ່ງ ການເງິນ ມີແຕ່ເລື່ອງຈ່າຍໃນຊ່ວງນີ້ ແມ່ນຈະພະຍາຍາມຫຼີກລ້ຽງແລ້ວ ແຕ່ເລື່ອງເຫຼົ່ານັ້ນກໍຈະວົນກັບມາ ຈຶ່ງຕ້ອງຈ່າຍອີກຢູ່ດີ ຄວາມຮັກ ທ່ານເປັນຜູ້ທີ່ມີສະເນ່ ມີໂອກາດພົບຄູ່ ພົບຄົົນທີ່ຖືກໃຈ ແຕ່ທ່ານຈະເປັນຄົນໃຈຮ້ອນໄປໜ້ອຍໜື່ງ
ວັນສຸກ:ການງານ ຄວາມສ້າງສັນ ແລະຄວາມພະຍາຍາມຂອງທ່ານ ຈະສ້າງຄວາມເກັ່ງ ແລະຄວາມສາມາດບາງຢ່າງທີ່ກໍ່ໃຫ້ເກີດການເຮັດທຸລະກິດທີ່ສຳເລັດ ກ້າທີ່ຈະປ່ຽນແປງ ແລະພັດທະນາຕົນເອງສະເໝີ ການເງິນ ໃນຊ່ວງນີ້ຕ້ອງໃຊ້ເງີນເປັນຈຳນວນຫລາຍ ແລະລະວັງການດຶງເງິນໃນອະນາຄົດອອກມາໃຊ້ຈ່າຍໄປກ່ອນ ຊຶ່ງບໍ່ຄວນເຮັດ ຄວາມຮັກ ຍັງບໍ່ລົງຕົວໃນເລື່ອງຄວາມສຳພັນດ້ານຄວາມຮັກ ຊ່ວງນີ້ຄວນໃຊ້ຊີວິດກັບຄວາມເປັນອິດສະຫລະໄປກ່ອນ
ວັນເສົາ:ການງານ ຈະເຮັດສິ່ງໃດຈະປະສົບຜົນສຳເລັດ ໂດຍສະເພາະກັບການເຈລະຈາ ຈະປະສົບຜົນສຳເລັດຢ່າງຕໍ່ເນື່ອງ ການເງິນ ມີທັງຮັບທັງຈ່າຍໃນຊ່ວງນີ້ສະລັບປັບປ່ຽນກັນໄປ ໃຊ້ຄວາມປະຢັດແດ່ຈຶ່ງຈະເປັນຜົນດີີກັບຕົນເອງ ຄວາມຮັກ ຖ້າຈະໄດ້ພົບເຈີໃຜໃນຊ່ວງນີ້ທີ່ຈະມີເຂົ້າມາ ທ່ານເປັນຄົນເກັ່ງ ມີຄວາມສາມາດ ມີຊື່ສຽງໃນແວດວົງການຂອງທ່ານ
ວັນອາທິດ:ການງານ ການພັດທະນາຕົນເອງຈະສາມາດນຳຄວາມສຳເລັດມາສູ່ຕົນເອງໄດ້ ການເລີ່ມລົງມືເຮັດຈະດີກວ່າແຕ່ຄິດຢ່າງດຽວ ການເງິນ ຢ່າໃຊ້ຈ່າຍເງີນເກີນຕົວຈົນຕ້ອງດຶງເງີນຂອງອະນາຄົດອອກມາໃຊ້ຈ່າຍໄປກ່ອນ ຕ້ອງວາງແຜນ ແລະໃຊ້ເງີນຢ່າງອ້ອມຄອບ ແລະປະຢັດ ຄວາມຮັກ ຖ້າຈະພົບໃຜໃນຊ່ວງນີ້ໂດດເດັ່ນເປັນຄົນຜິວຂາວ ທ່ານຈະເຂົ້າໃຈທ່ານໄດ້ເປັນຢ່າງດີ