ລຸງຂອງຂ້າພະເຈົ້າຊື່ ທ້າວຄຳມຸກ ອາຍຸ61ປີ ອາຊີບປະຊາຊົນ ປະຈຸບັນຢູ່ທີ່ບ້ານ ໂພເງີນ ເມືອງຫາດຊາຍຟອງ ແຂວງນະຄອນຫຼວງ ແຕ່ກ່ອນເພີ່ນໄດ້ອາໃສຢູ່ນຳຄອບຄົວຢູ່ທີ່ບ້ານ ຫົວຫ້າ ເມືອງຫາດຊາຍ ຟອງ
ແຕ່ຍ້ອນເພີ່ນປ່ວຍເປັນພະຍາດປອດສຳເຮື້ອ ,ທາງຄອບຄົວກາທຸກ ບໍ່ມີເງີນ ທີ່ຈະຮັກສາ ຈິ່ງບໍ່ໃສ່ໃຈ ແລະ ບໍ່ໃຫ້ອາໃສຢູ່ນຳ, ເພີ່ນຈື່ງໄດ້ຫນີຈາກຄອບຄົວລົງແລ້ວມາຂໍຢູ່ນຳຫຼານ ນ້ອງສາວ ນ້ອງສາວກໍໄດ້ພາລຸງໄປຮັກສາ ເຊິ່ງຜູ່ເປັນນ້ອງສາວກໍ່ຫາເຊົ້າກີນຄ່ຳ ແລະ
ກໍ່ໄດ້ຕັດສິນໃຈໄປຢືມເງິນນຳຄົນຫວຽດຈຳນວນ 1,000,000₭ ເພື່ອເອົາລຸງໄປປີ່ນປົວ,ແຕ່ກໍບໍ່ພຽງພໍ ເພາະໂລກທີ່ລຸງມຸກ ເພີ່ນເປັນນັ້ນເລີ່ມຫນັກຂື້ນທຸກໆມື້ ຕົນໂຕກໍຈ່ອຍໂຊ ບໍ່ມີແຮງທີ່ຈະຍ່າງ ໄປໃສມາໃສດ້ວຍຕົນເອງ ,
ຄອບຄົວນ້ອງສາວລຸງມຸກກໍ່ຫາເຊົ້າກີນຄ່ຳ ຮັບ ຈ້າງທຸກຢ່າງທີ່ມີຄົນຈ້າງ ແລະ ເກັບພັກມາຂາຍ ເພື່ອປະທັງຊີວິດ ຈື່ງບໍ່ມີເງີນທີ່ຈະໄປຮັກສາລຸງມຸກ ໄດ້ ເພາະເງີນ ເກັບທີ່ມີ ກໍນຳມາເລັງສຸມໃສ່ ໃນການປີ່ນປົ່ວ ຈົນຫນົດ
+ ທາງໜ່ວຍກູ້ໄພ ຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປລາວຈຶ່ງໄດ້ມາເປັນສື່ກາງໃນການຮ້ອງຂໍຄວາມຊ່ວຍເຫຼືອໃຫ້ແກ່ ທ້າວມຸກ…
ດັ່ງນັ້ນ ຈື່ງຢາກຈະຂໍວອນສັງຄົມຊ່ວຍເຫຼືອ ຄົນລະເຫຼັກລະນ້ອຍ ເພື່ອຕໍ່ຊີວິດລຸງມຸກດ້ວຍຖ້າຫາກວ່າທ່ານຜູ້ທີໃຈບຸນຢາກສົມທົບເງິນຊ່ວຍເຫຼືອສາມາດໂອນເຂົ້າບັນຊີຕາມQR ດ້ານລູ່ມໄດ້ເລີຍ
ສຳລັບເງິນທຸກກີບທີ່ທຸກທ່ານຮ່ວມບໍລິຈາກຊ່ວນນັ້ນເຮົາຈະນຳໄປມອບໃຫ້ຄອບຄົວເພີ່ນ ແລ້ວຈະອັບເດດແຈ້ງລົງໃຫ້ທຸກທ່ານຊາບເພີ່ມຕື່ມ
ສາມາດຕິດຕໍ່ເບີ: 030 9454438 ຂໍຂອບໃຈ
ຂໍໃຫ້ທຸກທ່ານໂຊກດີ ເງິນຄຳໄຫຼ່ເຂົ້າທາທ່ານຕະຫຼອດໄປດ້ວຍເທີ່ນ