ແຂວງອຸດົມໄຊ ກໍ່ພົບຄົນໄປນັ່ງກິນດື່ມໃນຮ້ານບໍ່ມີຢ້ານ ໂ ຄ ວ ິ ດ

0
271

ຕໍ່ກັບສະພາບການແຜ່ລະບາດໂຄວິດ-19 ເຮັດໃຫ້ການໃຊ້ຊີວິດຂອງຫຼາຍຄົນຕ້ອງເພີ່ມຄວາມລະມັດລະວັງຫຼາຍຂຶ້ນຈາກທີ່ເປັນຄົນມັກຊຸມແຊວຢູ່ກັບຄົນຈຳນວນຫຼາຍຕ້ອງຕັດຕົນເອງອອກຈາກວົງການ ເພື່ອປ້ອງກັນເຊື້ອໂຄວິດ ແຕ່ກົງກັນຂ້າມຍັງມີອີກຈຳນວນບໍ່ໜ້ອຍທີ່ຍັງຖືເບົາ ແລະ ບໍ່ປະຕິບັດ ຫຼື ຄິດຢ້ານກົວແຕ່ຢ່າງໃດ ຍັງໄປນັ່ງກິນດື່ມຊຸມແຊວກັບໝູ່ບໍ່ປະຕິບັດຕາມມາດຕະການທີ່ຄະນະສະເພາະກິດວາງອອກ.

ຕາມຂ່າວຈາກແຂວງອຸດົມໄຊລາຍງານວ່າ: ຕອນຄ່ຳວັນທີ 6 ກັນຍານີ້ ຄະນະຮັບຜິດຊອບ ແກ້ໄຂປາກົດການຫຍໍ້ທໍ້ທາງສັງຄົມ ໂດຍມີຂະແໜງການທີ່ກ່ຽວຂ້ອງ ຈາກພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ເຈົ້າໜ້າທີ່ ປກສ ແຂວງອຸດົມໄຊ ໄດ້ລົງເຄື່ອນໄຫວ ກວດກາ ບັນດາຫົວໜ່ວຍທຸລະກິດ ການບໍລິການອາຫານ ແລະ ເຄື່ອງດື່ມ ພາຍໃນເທດສະບານແຂວງອຸດົມໄຊ.

ການລົງກວດກາແກ້ໄຂຂອງຄະນະຮັບຜິດຊອບ ແມ່ນເພື່ອເປັນການຊຸກຍູ້ບັນດາຫົວໜ່ວຍທຸລະກິດ ການບໍລິການອາຫານ ແລະ ເຄື່ອງດື່ມ ພາຍໃນເທດສະບານແຂວງອຸດົມໄຊ ໃຫ້ພ້ອມກັນເປັນເຈົ້າການປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ການປະຕິບັດມາດຕະການຮັກສາໄລຍະຫ່າງ, ສາມາດຂາຍອາຫານໄດ້ ແຕ່ຕ້ອງໄດ້ແນະນຳໃຫ້ລູກຄ້າຊື້ໄປກິນຢູ່ເຮືອນ, ບໍ່ອະນຸຍາດໃຫ້ນັ່ງກິນຢູ່ໃນຮ້ານ ສິ່ງທີ່ຕ້ອງຫ້າມທີ່ສຸດແມ່ນບໍ່ໃຫ້ມີການບໍລິການເຄື່ອງດື່ມປະເພດທີ່ມີທາດເຫຼົ້າ.


ແຕ່ຜ່ານການລົງເຄື່ອນໄຫວກວດກາຕົວຈິງເຫັນວ່າ ມີບາງຮ້ານຍັງຖືເບົາຕໍ່ການປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ຕາມທີ່ຄະນະສະເພາະກິດຂັ້ນແຂວງ ແລະ ເມືອງ ໄດ້ອອກແຈ້ງການ ບາງຮ້ານຍັງມີການບໍລິຫານອາຫານ ແລະ ເຄື່ອງດື່ມທີ່ມີທາດເຫຼົ້າ ແລະມີກຸ່ມຄົນຈຳນວນໜຶ່ງເຂົ້າໃຊ້ບໍລິການ, ກິນ, ດື່ມ ໂດຍບໍ່ຮັກສາໄລຍະຫ່າງ ແລະ ບໍ່ມີການປ້ອງກັນຕົວເອງ.
ກັບບັນຫາດັ່ງກ່າວ ຄະນະຮັບຜິດຊອບ ແກ້ໄຂປາກົດການຫຍໍ້ທໍ້ທາງສັງຄົມ ກໍໄດ້ມີການແນະນຳແລະກ່າວເຕືອນເຈົ້າຂອງກິດຈະການ, ຮ້ານທີ່ບໍ່ປະຕິບັດຕາມມາດຕະການຂັດຕາມແຈ້ງການຂອງຄະນະສະເພາະກິດວາງອອກ ພ້ອມຍັງໄດ້ມີການປັບໃໝ ແລະເຮັດບົດບັນທຶກ ຖ້າຫາກຍັງມີການລະເມີດຄັ້ງຕໍ່ໄປ ທາງຄະນະຮັບຜິດຊອບຈະໄດ້ປະຕິບັດມາດຕະການຂັ້ນເດັດຂາດ ກໍ່ຄື ສັ່ງປິດຮ້ານຖາວອນພ້ອມຖອນໃບອະນຸຍາດການດຳເນີນທຸລະກິດ.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.