ປະຈຸບັນຄົນເຮົາໄດ້ຫັນມາໃສ່ໃຈສຸຂະພາບ, ຫັນມາບໍລິໂພກອາຫານ ແລະພືດຜັກປັດສະຈາກສານເຄມີ ຊຶ່ງໃນນັ້ນຜັກປອດສານພິດກໍ່ເປັນພືດຜັກຊະນິດຫນຶ່ງທີ່ ກໍາລັງເປັນທີ່ນິຍົມໃນສັງຄົມໃນປະຈຸບັນ,
ເນື່ອງຈາກວ່າຜັກປອດສານພິດແມ່ນຜັກທີ່ປູກໂດຍບໍ່ໃຊ້ສານເຄມີ, ເປັນຜັກສະອາດ ແລະເປັນມິດກັບສິ່ງ ແວດລ້ອມ; ຊາວກະສິກອນຫຼາຍໆຄອບຄົວສາມາດຫຼຸດພົ້ນອອກຈາກຄວາມທຸກຍາກໄດ້ ຍ້ອນຫັນມາປູກຜັກປອດສານພິດເປັນສິນຄ້າ,
ຄືດັ່ງຄອບຄົວຂອງທ່ານ ອິນຕອງ ແກ້ວມີໄຊ ເປັນຄອບຄົວຫນຶ່ງທີ່ຫັນມາປູກຜັກປອດສານພິດໃນດິນຂ້າງເຮືອນຂອງຕົນເອງເພື່ອຂາຍເປັນສິນຄ້າ ຈົນສາມາດພາຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກ ແລະກາຍເປັນຄອບຄົວຕົວແບບຂອງບ້ານລາດຄວາຍ ເມືອງໄຊທານີ ນະຄອນຫຼວງວຽງຈັນ.
ທ່ານ ອິນຕອງ ແກ້ວມີໄຊ ໄດ້ໃຫ້ຮູ້ວ່າ: ປະຈຸບັນອາຍຸ 35 ປີ, ຢູ່ບ້ານລາດຄວາຍ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ສະມາຊິກຄອບຄົວທັງຫມົດມີ 5 ຄົນ, ຍິງ 2 ຄົນ
ຄອບຄົວຂອງຂ້າພະເຈົ້າແມ່ນຖືອາຊີບໃນການເຮັດນາ ແລະປູກຜັກເປັນຫຼັກ, ດ້ານການສຶກສາແມ່ນຂ້າພະເຈົ້າຈົບຊັ້ນມັດທະຍົມປາຍໃນປີ 2003 ທີ່ໂຮງຮຽນອຸດົມເລກ 8 ດອນຫນູນ, ກ່ອນຈະຕັດສິນໃຈມາເຮັດສວນແມ່ນຍ້ອນມີແຮງຈູງໃຈຈາກພື້ນຖານທີ່ຂ້າພະເຈົ້າເຄີຍເຮັດວຽກຮັບເຫມົາກໍ່ສ້າງມາກ່ອນ
ແຕ່ເມື່ອຍາມລະດູຝົນມາຮອດກໍ່ບໍ່ຄ່ອຍມີວຽກ ຫຼື ບາງເທື່ອກໍ່ບໍ່ມີເລີຍ ໂດຍສະເພາະແມ່ນໄລຍະທີ່ພະຍາດອັກເສບປອດສາຍພັນໃຫມ່ ໂຄວິດ -19 ກໍາລັງລະບາດ
ດັ່ງນັ້ນ, ຈຶ່ງເປັນແຮງຈູງໃຈໃຫ້ມີແນວຄິດຢາກເຮັດສວນປູກຜັກປອດສານພິດເພາະວ່າມີດິນຫວ່າງຢູ່ໃກ້ໆເຮືອນພໍຫວ່າງວຽກກໍ່ສ້າງແລ້ວກໍ່ມາປູກຜັກ;
ທໍາອິດແມ່ນປີ 2018 ຕົນເອງກໍ່ຄິດວ່າຈະເຮັດເປັນສວນຄົວຮົ້ວຂຽວພໍ່ເປັນການສະຫນອງອາຫານພາຍໃນຄອບຄົວຍາມຈໍາເປັນແຕ່ຕໍ່ມາ ປີ 2019
ຍ້ອນມີຫຼາຍຄົວເຮືອນໃຫ້ຄວາມສົນໃຈຕົນເອງ ແລະຄອບຄົວຈົ່ງຕັ້ງໃຈເຮັດແບບຈິງໆຈັງໆ ເພື່ອຕອບສະຫນອງໃຫ້ພຽງພໍກັບຄວາມຕ້ອງການຂອງຜູ້ບໍລິໂພກຈົນເຮັດໃຫ້ການປູກຜັກທໍາມະດາກາຍ ເປັນສວນໃຫຍ່ຂຶ້ນ
ເພື່ອພັດທະນາໃຫ້ກາຍເປັນສິນຄ້າຂາຍອອກສູ່ທ້ອງຕະຫຼາດ ແລະ ຂ້າພະເຈົ້າກັບຄອບຄົວກໍ່ຕັດສິນໃຈເຮັດສວນປູກຜັກປອດສານພິດເປັນຫຼັກ ເພາະຈະໄດ້ຢູ່ກັບຄອບຄົວຕະຫຼອດເວລາ ຊຶ່ງໄດ້ລົງທຶນປະມານ 7 – 8 ລ້ານກີບ;
ສ່ວນຜັກທີ່ປູກແມ່ນເປັນຜັກທີ່ຄົນລາວເຮົາຫຼາຍໆຄົວເຮືອນມັກກິນ ແລະ ປະເພດຜັກຫອມທີ່ນໍາໃຊ້ເຂົ້າໃນເມນູອາຫານທີ່ນິຍົມທົ່ວໄປເຊັ່ນ: ຜັກກາດຊອມ, ຜັກຫົມ, ຜັກບົ້ງ, ຜັກປັງ, ຫອມເປ, ຫ້ອມແປ້ນ, ຫອມຫຼາບ, ບົວລະພາ ແລະ ຜັກອື່ນໆ ຕາມລະດູການ;
ລາຄາຂາຍແມ່ນອີງຕາມລາຄາໃນທ້ອງຕະຫຼາດ ຂຶ້ນ – ລົງເຊັ່ນ: ຜັກກາດຊອມລາຄາຂາຍແມ່ນ 4.000 – 5.000 ກີບຕໍ່ກິໂລ, ຜັກຫົມ ແມ່ນ 2.000 – 5.000 ກີບຕໍ່ກິໂລ, ຜັກບົ້ງແມ່ນ 3.000 – 5.000 ກີບຕໍ່ກິໂລ,
ໃນປີຫນຶ່ງ ສາມາດເກັບກູ້ອອກຂາຍໄດ້ເຖິງ 18.000 – 25.000 ກິໂລກຣາມຕໍ່ປີ ຄິດໄລ່ ເປັນເງິນໄດ້ເຖິງ 60 – 100 ລ້ານຕໍ່ປີ ຊຶ່ງລາຍໄດ້ແຕ່ລະຄັ້ງ ຫຼື ແຕ່ລະປີກໍ່ຖືວ່າ ໄດ້ຫຼາຍພໍສົມຄວນແຕ່ກໍ່ຕ້ອງໄດ້ຫັກເອົາຈໍານວນຫນຶ່ງເພື່ອເກັບເປັນທຶນຫມູນວຽງໃນ ແຕ່ລະຄັ້ງ. ່
ຄອບຄົວຂອງ ທ່ານ ອິນຕອງ ແກ້ວມີໄຊ ແມ່ນຄອບຄົວຫນຶ່ງທີ່ມີຄວາມດຸຫມັ່ນຫ້າວຫັນ, ກ້າຄິດ, ກ້າຕັດສິນໃຈ, ເຮັດແທ້ທໍາຈິງ, ພະຍາຍາມສ້າງເສດ ຖະກິດ ຄອບຄົວດ້ວຍການຫັນປ່ຽນຈາກການເຮັດເຄື່ອງປູກຂອງຝັງທໍາມະດາທີ່ໃຊ້ສໍາລັບຄົວເຮືອນໃຫ້ກາຍເປັນສິນຄ້າຕາມແນວນະໂຍບາຍທີ່ທາງພັກ – ລັດວາງອອກ,
ທັງຊອກຫາຄວາມຮູ້ໃຫມ່ໆມາພັດທະນາຕົນເອງ ຢູ່ເລື່ອຍໆຈົນເຮັດໃຫ້ຄອບຄົວຫຼຸດ ພົ້ນອອກຈາກຄວາມທຸກຍາກຍ້ອນການປູກຜັກປອດສານພິດເພື່ອຮັກສາ ສຸຂະພາບພ້ອມທັງເປັນຄອບຄົວຕົວແບບທີ່ໂດດເດັ່ນຂອງເມືອງ ອີກດ້ວຍ;
ທ່ານ ອິນຕອງ ແກ້ວມີໄຊ ຍັງກ່າວຕື່ມວ່າ:
ທິດທາງໃນຕໍ່ຫນ້າຂອງພວກເຮົາແມ່ນແນໃສ່ ສະຫນອງຜັກໃຫ້ຕະຫຼາດໃຫ້ຫມັ້ນຄົງ, ສະຖານທີ່ປູກໃຫ້ໄດ້ມາດຕະຖານກວ່າເກົ່າສາມາດປູກຜັກໄດ້ທຸກໆຊະນິດບໍ່ວ່າຈະເປັນລະບົບນ້ຳ, ກົນຈັກ, ເຮືອນຮົ່ມເປັນ ຕົ້ນ ແລະ ຈະພັດທະນາກ້າວຂຶ້ນເປັນກະສິກໍາອິນຊີໃນຕໍ່ຫນ້າ.