ວັນຈັນ:ການງານ ການເຮັດວຽກງານເປັນທີມຈະຕ້ອງມີທີ່ປຶກສາທີ່ດີຖ້າຮ່ວມມືກັນເຮັດວຽກຈະກໍ່ໃຫ້ເກີດ ຄວາມສຳເລັດໄດ້ ການເງິນ ບໍລິຫານຈັດການທາງດ້ານການເງີນໄດ້ເປັນຢ່າງດີ ໄດ້ເງີນເພິ່ມເຕິມ ເພີ່ມຂຶ້ນຢ່າງເປັນໂຊກໃນຊ່ວງນີ້ ຄວາມຮັກ ມີໂອກາດພົບຮັກ ພົບຄົົນທີ່ຖືກໃຈໃນຊ່ວງນີ້ທີ່ຈະມີເຂົ້າມາ ແຕ່ເວລາທີ່ມີໃຫ້ກັນຍັງນ້ອຍໄປ
ວັນຄານ:ການງານ ເໝາະກັບທຸລະກິດການບໍລິການ ການເຈລະຈາາຕ່າງໆ ຊຶ່ງໃນຊ່ວງນີ້ຖ້າເປັນການເຈລະຈາແບບສ່ວນຕົວ ຫລືແບບບໍ່ເປີດເຜີຍຈະສົ່ງຜົນດີີ ການເງິນ ຫາເຂົ້າມາໄດ້ຢ່າງຕໍ່ເນື່ອງ ໃນຊ່ວງນີ້ຢູ່ໃນເກນທີ່ຫມັ້ນຄົງພໍສົມຄວນ ຄວາມຮັກ ໂດດເດັ່ນໃນການພົບກັນໃນຊ່ວງນີ້ທີ່ຈະມີເຂົ້າມາ ຢູ່ໃນເກນຜິວຂາວ ຫລືຜິວສອງສີກໍເປັນໄປໄດ້
ວັນພຸດ:ການງານ ຈະຈັບງານຫຍັງໃນຊ່ວງນີ້ປະສົບຄວາມສຳເລັດໄປທຸກຢ່າງຢູ່ໃນເກນດີ ເກີດຄວາມກ້າວໜ້າ ແລະຄວາມສຳເລັດຢ່າງທີ່ທ່ານຄາດຫວັງ ການເງິນ ມີໂຊກຈະໄດ້ເງີນເຂົ້າມາ ຫລືທ່ານຈະມີຄົນໃຫ້ການອຸບປະຖຳທາງດ້ານການເງີນກໍເປັນໄປໄດ້ໃນຊ່ວງນີ້ນັ້ນເອງ ຄວາມຮັກ ໂດດເດັ່ນໃນການພົບຄົນຜິວສອງສີ ທ່ານເກັ່ງດ້ານພາສາ ຫລືການເຈລະຈາຕໍ່ລອງ ມີຄວາມສາມາດ ມີສະເນ່
ວັນພະຫັດ:ການງານ ມີຄວາມກ້າວໜ້າທາງດ້ານການງານ ມີໂອກາດເດິນທາງ ຫລືປ່ຽນແປງເຮັດໃຫ້ໄດ້ຮັບປະສົບການໃໝ່ໆ ການເງິນ ຫາເງີນໄດ້ຢ່າງຕໍ່ເນື່ອງ ແລະເປັນໂຊກໃນຊ່ວງນີ້ ຕິດຂັດອຸປະສັກດ້ວຍນ້ອຍໆ ແຕ່ກໍຈະຫາເຂົ້າມາໄດ້ເພິ່ມເຕິມ ເພີ່ມຂຶ້ນກໍເປັນໄປໄດ້ ຄວາມຮັກ ຍັງບໍ່ຕັດສິນໃຈໃນເລື່ອງຄວາມຮັກໃນຕອນນີ້ ປະຕິເສດຫລາຍກວ່າທີ່ຈະຍອມຮັບກັບສະຖານນະການບາງຢ່າງທີ່ບໍ່ພຶງປາດຖະຫນາ
ວັນສຸກ:ການງານ ເມື່ອຍກ່ຽວກັບເລື່ອງການງານໃນຕອນນີ້ ທຸລະກິດການບໍລິການເປັນງານທີ່ຖືກກັບທ່ານໃນໄລຍະນີ້ ພົບອຸປະສັກແດ່ ຕ້ອງແກ້ບັນຫາສະເພາະໜ້າດ້ວຍ ແຕ່ກໍຈະຜ່ານໄປໄດ້ດ້ວຍດີ ການເງິນ ພະຍາຍາມໝຸນຫາໃຊ້ຈ່າຍເງິນໃຫ້ຜ່ານພົ້ນໄປໄດ້ຢ່າງເປັນໂຊກ ຊຶ່ງກໍຈະຜ່ານໄປໄດ້ທຸກເທື່ອ ຄວາມຮັກ ມີໂອກາດພົບຄູ່ ພົບຄົົນທີ່ຖືກໃຈ ເປັນການຄົບຫາກັນແບບບໍ່ເປີດເຜີຍ ຫລືການຄົບຫາກັນແບບສ່ວນຕົວ ບຸນເກົ່ານຳພາມາໃຫ້ພົບກັນ
ວັນເສົາ:ການງານ ຄວາມສ້າງສັນ ແລະຄວາມພະຍາຍາມຈະນຳພາຄວາມສຳເລັດ ຜູ້ໃຫຍ່ຈະເຫັນຄວາມສາມາດຂອງທ່ານ ການເງິນ ຍັງຢູ່ໃນເກນຊົງຕົວໃນຊ່ວງນີ້ ບໍ່ມີເລື່ອງເດືອດຮ້ອນໃດໆ ທາງດ້ານການເງີນ ຄວາມຮັກ ມີໂອກາດພົບຄູ່ຄິດໃຜບາງຄົົນທີ່ຈະນຳຄວາມຮັກທີ່ແທ້ຈິງມາສູ່ທ່ານໃນຊ່ວງນີ້ ແລະຈະ ຖືກເອົາອົກເອົາໃຈເປັນພິເສດ
ວັນອາທິດ:ການງານ ການບໍລິຫານຈັດການທາງດ້ານການງານຕ້ອງແກ້ໄຂອຸປະສັກຕ່າງໆ ໃຫ້ຜ່ານພົ້ນໄປໃຫ້ໄດ້ແມ່ນຈະສົ່ງຜົນເຮັດໃຫ້ເກີດຄວາມເມື່ອຍກໍຕາມ ການເງິນ ມີໂຊກຈະໄດ້ເງີນເຂົ້າມາຢ່າງຕໍ່ເນື່ອງ ໃນຊ່ວງນີ້ດວງສະຕາຢູ່ໃນເກນທີ່ດີຫລາຍ ຈະມີການຊື້ສິ່ງຂອງສວຍງາມມີລາຄາ ຫລືມີຊັບສິນອື່ນເພິ່ມເຕິມເຂົ້າມາຄວາມຮັກ ຍັງເບິ່ງໆ ຢູ່ຫລາຍກວ່າໃນຊ່ວງນີ້ຍັງບໍ່ຕັດສິນໃຈທີ່ຈະເລືອກໃຜ ເວລາຈະເປັນເຄື່ອງຕັດສິນໃຫ້ທ່ານໄດ້ນັ້ນເອງ