ເດີນທາງໄປເມືອງເຟືອງ ບັດຂຽວເປັນໃບເບິກທາງສຳຄັນຢ່າລືມຖືໄປນຳເດີ້

0
98

ທຸກວັນນີ້ການສັກວັກຊິນແມ່ນສຳຄັນຫຼາຍ ໂຄວິດ-19 ລະບາດຮຸນແຮງ ສັກວັກຊິນແລ້ວຢ່າງໜ້ອຍຈະຊ່ວຍໃຫ້ຮ່າງກາຍເຈົ້າຂອງມີພູມຄຸ້ມກັນ ແລະຍັງຊ່ວຍປ້ອງກັນໝູ່ ດັ່ງນັ້ນ ການສັກວັກຊິນຈິ່ງກາຍເປັນມາດຕະການໜຶ່ງໃນການໃຊ້ຊີວິດຂອງທຸກຄົນ.

ແລະທຸກຄົນຮູ້ກັນດີແລ້ວໜຶ່ງໃນເງື່ອນໄຂການເດີນທາງໃນປະຈຸບັນກໍ່ຄືບັດສີຂຽວທີ່ຢັ້ງຢືນວ່າທ່ານໄດ້ຮັບວັກຊິນແລ້ວ ສິ່ງນີ້ຈະຊ່ວຍໃຫ້ຄົນຮອບຂ້າງມີຄວາມໝັ້ນໃຈໃນຕົວເຮົາເມື່ອຕ້ອງເດີນທາງຮ່ວມກັນ.

ຫຼ້າສຸດນີ້ມີລາຍງານຈາກປະຊາຊົນວ່າ ຜູ້ທີ່ມີຈຸດປະສົງຈະເດີນທາງເຂົ້າ-ອອກສະເພາະເມືອງເຟືອງ ແຂວງວຽງຈັນ ແມ່ນເຂົ້າ-ອອກໄດ້ຕາມປົກະຕິ, ແຕ່ຕ້ອງມີການຖືບັດສັກຢາວັກຊິນມານຳເພື່ອມາແຈ້ງຕໍ່ເຈົ້າໜ້າປະຈຳດ່ານເຂົ້າອອກ, ທັງນີ້ແມ່ນເປັນການສະກັດກັ້ນພະຍາດບໍ່ໃຫ້ມີການແຜ່ລາມເປັນວົງກວ້າງຂື້ນຕື່ມ.

ແລະເປັນການຮ່ວມມືຕໍ່ເຈົ້າໜ້າທີ່ໃນການປະຕິບັດໜ້າທີ່ ທີ່ໜັກໜ່ວງໃຫ້ເບົາບາງລົງຕື່ມອີກ

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.