ກອງພັນປ້ອງກັນເຄື່ອນທີ່ໄວ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ສົມທົບກັບ ປກສ ກຸ່ມສີວິໄລ ແລະ ອຳນາດການປົກຄອງບ້ານສາຍນ້ຳເງິນ ເມືອງໄຊທານີ ນວ ກວດກາຮ້ານກິນ-ດື່ມ ທີ່ລະເມີດຕໍ່ຄໍາສັ່ງເລກທີ 15/ນຍ ແລະ 015/ຈນວ ພົບເຫັນ ຮ້ານຄາລາໂອເກະບັດສະຕາ ( Buck’s Star ) ຕັ້ງຢູ່ບ້ານສາຍນໍ້າເງິນ ເມືອງໄຊທານີ ເປີດໃຫ້ບໍລິການຂາຍເຫຼົ້າ, ເບຍ ກັບລູກຄ້າ ແລະ ບໍ່ໄດ້ຮັກສາໄລຍະຫ່າງທາງສັງຄົມ ເຈົ້າໜ້າທີ່ຈຶ່ງໄດ້ເຊີນພວກກ່ຽວ ເຂົ້າມາກອງພັນປ້ອງກັນເຄື່ອນທີ່ໄວ ເພື່ອສຶກສາອົບຮົມ ແລະ ປັບໃໝຕາມແຈ້ງການ.
ພັທ ພອນທິບ ພັນທະວົງ ຫົວໜ້າກອງພັນປ້ອງກັນເຄື່ອນທີ່ໄວ ປກສ ນວ ໃຫ້ຮູ້ວ່າ: ຜ່ານການລົງກວດກາ ຮ້ານຄາລາໂອເກະບັດສະຕາ ( Buck’s Star ) ພົບເຫັນຜູ້ບໍລິຫານ 1 ຄົນ, ພະນັກງານເສີບ 5 ຄົນ ແລະ ຜູ້ມາໃຊ້ບໍລິການທັງໝົດ 27 ຄົນ, ຍິງ 10 ຄົນ, ລວມ 32 ຄົນ, ພາຍໃນຮ້ານມີລົດໃຫຍ່ 7 ຄັນ, ລົດຈັກ 16 ຄັນ, ທີ່ລະເມີດມາດຕະການປ້ອງກັນ ການແຜ່ລະບາດ ໂ ຄ ວິ ດ ຕໍ່ຄໍາສັ່ງ ເລກທີ 15/ນຍ ແລະ 015/ຈນວ, ຈຶ່ງໄດ້ເຊີນເອົາບຸກຄົນໃນສະຖານທີ່ດັ່ງກ່າວມາ ສຶກສາອົບຮົມ ແລະ ໃຊ້ມາດຕະການປັບໃໝຕາມລະບຽບການດັ່ງນີ້ 1 ໃນຈໍານວນ 5 ຄົນ, ເປັນພະນັກງານເສີບ ຈະໄດ້ສຶກສາອົບຮົມພາຍຫຼັງ, 2. ປັບໃໝຜູ້ມາໃຊ້ບໍລິການນັ່ງກິນດື່ມ ຈຳນວນ 27 ຄົນ, ເປັນເງິນ 6.600.000 ກີບ, ສ່ວນການໃຊ້ມາດຕະການ ຕໍ່ເຈົ້າຂອງກິດຈະການ ພາຍຫຼັງຂັ້ນເທິງມີທິດຊີ້ນຳ ຈິ່ງຈະໄດ້ປະຕິບັດ.
ກອງບັນຊາການ ປກສ ນວ ຮຽກຮ້ອງມາຍັງເຈົ້າຂອງກິດຈະການ, ຫົວໜ່ວຍທຸລະກິດຕ່າງໆ ໃຫ້ປະຕິບັດຕາມຄຳສັ່ງ ແລະ ແຈ້ງການ ຂອງຂັ້ນເທິງວາງອອກຢ່າງເຂັ້ມງວດ ຖ້າເຈົ້າໜ້າທີ່ຊອກຮູ້ກວດພົບ ທີ່ຍັງສືບຕໍ່ລະເມີດ ຈະໄດ້ນຳໃຊ້ມາດຕະການທາງກົດໝາຍໂດຍບໍ່ມີຂໍ້ຍົກເວັ້ນ, ທັງນີ້ກໍ່ເພື່ອເປັນການຄວບຄຸມ, ສະກັດກັ້ນການແຜ່ລະບາດຂອງ ໂ ຄ ວິ ດ .