ຄັກແທ້..!!!ລໍ້າໜ້າໄປອີກ ຈີນພັດທະນາຊຸດ PPE ຕິດແອ ຄາຍຄວາມຮ້ອນໃຫ້ແພດ -ໝໍ

0
116

ສຳນັກຂ່າວ ຊິນຫົວ ລາຍງານວ່າ ກຸ່ມບໍລິສັດ ຖົງເງິນ (Tuoren Group) ທີ່ຜະລິດອຸປະກອນການແພດ ທີ່ເມືອງຊິນຊຽງ ມົນທົນເຫີນານ ທາງພາກກາງຂອງປະເທດຈີນ

ໄດ້ພັດທະນາ ຊຸດປ້ອງກັນ ທາງການແພດ ແຮງດັນພ້ອມກັບ ລະບົບປັບອາກາດ ເຊິ່ງຊ່ວຍໝຸນວຽນອາກາດເຢັນແກ່ແພດໝໍ. ໃຫ້ສາມາດບັນເທົາຄວາມຮ້ອນ ແລະ ເຮັດວຽກດ້ວຍຄວາມສຸກ

ຂໍ້ມູນລາຍງານວ່າ ຊຸດດັ່ງກ່າວແມ່ນມີຄວາມປອດໄພ ແລະ ມີປະສິດທະພາບ. ການຕິດຕັ້ງແຜງຟອກອາກາດ ແມ່ນສະດວກ ແລະ ຍັງສາມາດໃຊ້ງານ ດ້ວຍລະບົບສໍາຜັດ

ການປັບອຸນຫະພູມແມ່ນສາມາດປັບໄດ້ລະຫວ່າງ 26-29 ອົງສາເຊ, ເຮັດໃຫ້ການເຮັດວຽກຂອງແພດໝໍ ໃນຍາມອາກາດຮ້ອນ ໄດ້ຜ່ອນຄາຍໄດ້ດີ

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.