ນັກວິໄຈອອກມາເຕືອນ ໂ ຄ ວ ິ ດ ທີ່ຈະເກີດຂຶ້ນໃນປີໜ້າອາດມີຄວາມ ຮ ຸ ນ ແ ຮ ງ ກວ່າຕອນນີ້

0
366

ເວັບໄຊ້ Thairath ໄດ້ລາຍງານວ່າ ຜູ້ຊ່ຽວຊານຂອງປະເທດສະວິດເຊີແລນອອກມາເຕືອນວ່າ ເຊື້ອໂຄວິດ-19 ທີ່ຈະເກີດຂຶ້ນໃນປີໜ້າ ທີ່ມີຊື່ເອີ້ນວ່າ ໂ ຄ ວ ິ ດ-22 ອາດຈະມີຄວາມຮຸນແຮງກວ່າສາຍພັນເດລຕາ ແລະ ໂລກອາດຕົກຢູ່ໃນຄວາມສ່ຽງຄັ້ງໃຫຍ່ທີ່ຈະເກີດຂຶ້ນ.

ທ່ານ ໝໍ ເຣດດີ້ ໄດ້ກ່າວວ່າ ການເກີດຂຶ້ນຂອງເຊື້ອໂຄວິດ-19 ຄືຄວາມສ່ຽງທີ່ຍິ່ງໃຫຍ່ທີ່ພວກເຮົາທຸກຄົນຈະຕ້ອງໄດ້ກຽມໂຕຮັບມືກັບມັນ ໂດຍການກາຍພັນຂອງເຊື້ອໂຄວິດ-19 ໃນປີໜ້າຈະເປັນການລວມໂຕກັນຂອງຄວາມຮຸນແຮງຂອງໂຄວິດ ເຊິ່ງປັດໄຈເຫຼົ່ານີ້ເກີດມາຈາກການແຜ່ກະຈາຍເຊື້ອໄດ້ງ່າຍຂຶ້ນ ຫຼື ໂຄວິດສາມາດຫຼົບຫຼີກລະບົບພູມຄຸ້ມກັນຂອງຮ່າງກາຍມະນຸດໄດ້ດີຂຶ້ນ ເຊິ່ງມັນເປັນບັນຫາທີ່ກໍາລັງຈະມາຮອດ.

ນອກຈາກນີ້ທ່ານຍັງໄດ້ກ່າວຕື່ມອີກວ່າ ການແຜ່ລະບາດໃນຮອບຕໍ່ໄປອາດຈະເກີດມາຈາກເຊື້ອໂຄວິດ-19 ສາຍພັນເບຕາ, ສາຍພັນແກຣມມາ ໄດ້ກາຍເປັນເຊື້ອທີ່ແຜ່ກະຈາຍໄດ້ໄວຂຶ້ນ ຫຼື ສາຍພັນເດລຕາທີ່ພັດທະນາຕົນເອງໃຫ້ສາມາດຫຼົບຫຼີກພູມຄຸ້ມກັນຂອງມະນຸດໄດ້ດີຂຶ້ນ ເພາະເຊື້ອໂຄວິດ-19 ທີ່ຈະເກີດຂຶ້ນໃນປີ 2022 ຄືການວິວັດທະນາການຂອງເຊື້ອໄວຣັສໃຫ້ທົນທານຍິ່ງຂຶ້ນອີກ.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.