ຄັກບໍ້ບາດນີ້! ຢູ່ດີບໍ່ວ່າດີ ເລາະລັກຂອງຫຼວງ ຖືກຈັບໄປຮັບໂທດຊໍ້າ

0
267

ໃນວັນທີ 13 ສິງຫາ 2021, ເຈົ້າໜ້າທີ່ ປກສ ເມືອງສີໂຄດຕະບອງ ໄດ້ຮັບແຈ້ງຄວາມວ່າ: ມີຄົນລັກຕັດສາຍໄຟຟ້າ ຢູ່ເຂດບ້ານຈັດສັນປາກທ້າງ. ພາຍຫຼັງໄດ້ຮັບແຈ້ງ ຈຶ່ງໄດ້ລົງຕິດຕາມສືບຄົ້ນຫາ ຈຶ່ງມີຂໍ້ ມູນຫຼັກຖານຮູ້ໄດ້ວ່າ: ເປົ້າໝາຍເຊົ່າເຮືອນຢູ່ບ້ານຈອມມະນີ ເມືອງໄຊເຊດຖາ ນວ.

ມາຮອດວັນທີ 16 ສິງຫາ 2021, ເຈົ້າໜ້າທີ່ ປກສ ເມືອງສີໂຄດຕະບອງ ໄດ້ສົມທົບກັບອໍານາດການປົກຄອງບ້ານ ເຂົ້າກັກຕົວ ທ້າວ ຄໍາມະນີ ຫຼື ຫຼ້າ ອາຍຸ 41 ປີ, ປະ ຊາຊົນ ບ້ານບຸນເໜືອ ເມືອງບຸນເໜືອ ແຂວງຜົ້ງສາລີ ພັກເຊົ່າຢູ່ບ້ານຈອມມະນີ ເມືອງໄຊເຊດຖາ ນວ, ພ້ອມຢຶດຂອງກາງມາດໍາເນີນຄະດີ.

ຜ່ານການສອບສວນ, ທ້າວ ຄຳມະນີ ຮັບສາລະ ພາບວ່າ: ເວລາ 04:45 ໂມງ ຂອງວັນທີ 11 ສິງຫາ 2021, ຜູ້ກ່ຽວໄດ້ຂັບຂີ່ລົດເກ໊ງສີຂາວ ປ້າຍ G9217N ເລາະລັກຕັດສາຍໄຟ ຢູ່ເຂດບ້ານຈັດສັນ ປາກທ້າງ ເມືອງສີໂຄດຕະບອງ ນວ 3 ຈຸດ, ຕັດຈຸດລະ 8 ເສັ້ນ, ແຕ່ລະເສັ້ນ ຍາວປະມານ 1,50 ເມັດ, ລວມ 28 ເສັ້ນ, ມີມູນຄ່າປະມານ 1.000.000 ບາດ.

ມາຮອດເວລາ 23:00 ໂມງ ຂອງວັນທີ 15 ສິງຫາ 2021, ຜູ້ກ່ຽວຈຶ່ງໄດ້ໄປລັກຕັດສາຍໄຟຟ້າຢູ່ເຂດດັ່ງກ່າວອີກ ແລະ ຕົກມາວັນທີ 16 ສິງຫາ 2021, ເວລາປະມານ 13:00 ໂມງ ຈຶ່ງຖືກເຈົ້າໜ້າ ທີ່ເຂົ້າກັກຕົວຢູ່ເຮືອນເຊົ່າ ພ້ອມຢຶດລົດເກ໋ງສີຂາວ, ຄີມຕັດສາຍໄຟຟ້າ ຍາວ 80 ຊັງຕີແມັດ 1 ອັນ, ດອກໄຟປອມ 1 ແກັດ, ເຄື່ອງຈັກດູດຝຸ່ນ 1 ເຄື່ຶອງ, ສາຍໄຟຟ້າ 1 ກໍ້, ຊຸດກຸນແຈລົດ 10 ລໍ້ 1 ຊຸດ, ໝໍ້ຍົກໄຟຟ້າ 1 ເຄື່ອງ, ໄຮໂລຮິກລົດຈັກ 4 ເຄື່ອງ, ສະວານ 2 ເຄື່ອງ, ຄ້ອນຕີ 1 ແກັດ, ລູກລໍ້ 1 ແກັດ, ລູກສູບ 1 ແກັດ, ລູກລໍ້ລົດເຂັນ 1 ແກັດ, ອຸປະກອນສາຍໄຟຟ້າ 1 ແກັດ, ກ້ານສູບລົດຈັກຮ້ອນດ້າ 1 ແກັດ, ໂນ໋ດບຸກ 1 ໜ່ວຍ, ເຄື່ອງເຄັ່ງສາຍພານລົດຕ໋ອກໆ 1 ແກັດ ແລະ ໄອແພັກ 1 ເຄື່ອງ.

ປັດຈຸບັນ, ຄະດີດັ່ງກ່າວ ເຈົ້າໜ້າທີ່ໄດ້ນຳຜູ້ຖືກຫາໄປສືບສວນເພີ່ມອີກ ແລະ ຈະດຳເນີນຄະດີຕາມກົດໝາຍ, ສ່ວນຂອງກາງທີ່ເກັບກູ້ຄືນໄດ້ນັ້ນ ຈະມີການມອບໃຫ້ເຈົ້າຂອງເຄື່ອງຄືນທັງໝົດ.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.