​ສົ່ງ​ກັບ​ປະ​ເທດ​ແລ້ວ ຄົນ​ໄທ 7 ຄົນ ທີ່ຫຼົງ​​ປ່າມາ​ເກັບ​ເຫັດ​ຢູ່​ຊາຍ​ແດນ​ລາວ

0
312

ຈົບແລ້ວໜັງຍາວທີ່ຫຼາຍຄົນໃຫ້ການຕິດຕາມເປັນຂ່າວດັງເປັນເລື່ອງເປັນລາວຍ້ອນມາເກັບເຫັດຢູ່ລາວແລ້ວເປັນຂ່າວ ໂດຍສະເພາະຂ່າວປະເທດເພື່ອນບ້ານທີ່ພາກັນວ່າມາເກັບເຫັດແລ້ວໄດ້ໄຟເຊີ(ວັກຊິນປ້ອງກັນໂຄວິດ-19) ແຕ່ທັ້ງໝົດທັງມວນເປັນພຽງຂ່າວລື ເພາະຄົນໄທ 7 ຄົນທີ່ຫຼົງປ່າເນື່ອງຈາກໄປເກັບເຫັດໄດ້ເຂົ້າມາເຂດແດນລາວ ແລະຖືກນຳມາກັກບໍລະເວນຕາມລະບຽບການ ແລະຫຼ້າສຸດມື້ນີ້ໄດ້ມີການສົ່ງ-ມອບພວກກ່ຽວກັບເມືອງໄທແລ້ວ.

ຂ່າວໃຫ້ຮູ້ວ່າ: ໃນວັນທີ 1 ສິງຫາ 2021 ເວລາປະມານ 06:00 ໂມງເຊົ້າ ອ້າຍນ້ອງທະຫານໄດ້ອອກເຄື່ອນໄຫວລາດຕະເວນຕາມຂອບເຂດບໍລິເວນຊາຍແດນຈຶ່ງໄດ້ພົບເຫັນປະຊາຊົນໄທ 7 ຄົນ ທີ່ຂ້າມແດນເຂົ້າມາຫາເກັບເຫັດທາງຊ່ອງທາງທໍາມະຊາດ
ເຈົ້າໜ້າທີ່ຈຶ່ງໄດ້ນໍາຕົວພວກກ່ຽວມາສອບຖາມເອົາຂໍ້ມູນເບື້ອງຕົ້ນ.

ຈາກນັ້ນກໍໄດ້ນໍາຕົວມອບໃຫ້ເຈົ້າໜ້າທີ່ຕໍາຫລວດປະຈໍາດ່ານ ຕມ ສາກົນວັງເຕົ່າ, ຈາກນັ້ນກໍໄດ້ວັດແທກອຸນຫະພູມ ແລະ ເກັບຕົວຢ່າງຫາເຊື້ອແລ້ວນໍາສົ່ງຢູ່ສູນກັກກັນຫລັກ 21 (ເມືອງ ໂພນທອງ ແຂວງ ຈຳປາສັກ) ເພື່ອຈໍາກັດບໍລິເວນເປັນເວລາ 14 ວັນ.


ແລະມາຮອດມື້ນີ້ ແມ່ນຄົນໄທ 7 (ຊາຍ 2 ຍິງ 5 ຄົນ) ເລາະເກັບເຫັດຢູ່ປ່າແລ້ວຫຼົງທາງເຂົ້າມາເຂດ ສປປລາວນັ້ນຖືກສົ່ງກັບປະເທດໄທເປັນທີ່ຮຽບຮ້ອຍແລ້ວ.

ໂດຍພວກກ່ຽວທັງໝົດພາຍຫຼັງກັກບໍລິເວນຄົບຢູ່ລາວ ແລະກັບໄປເມືອງໄທກໍ່ຕ້ອງໄປກັກບໍລິເວນຕໍ່ເປັນເວລາ 14 ວັນເຊັ່ນດຽວກັນ ຖືວ່າການມາເກັບເຫັດເທື່ອນີ້ຍາວນານເປັນເດືອນ ຈັ່ງໃດກໍ່ເອົາໃຈຊ່ວຍລາວ-ໄທພີ່ນ້ອງກັນ.

ພິທີມອບ-ຮັບຢ່າງເປັນທາງການ

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.