ພັຕ ບຸນຄົງ ພັດທະລັງສີ ຮັກສາການ ຫົວໜ້າກອງຮ້ອຍຕໍາຫຼວດຈະລາຈອນ ປກສ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຜ່ານສື່ຂອງ ປກສ ນະຄອນຫລວງວຽງຈັນວັນທີ 20 ສິງຫາ 2021 ນີ້ວ່າ:
ໃນຊົ່ວໂມງເລັ່ງດ່ວນ ເຂົ້າການ-ເລີກການ ຫ້າມລົດບັນທຸກໜັກເຂົ້າ-ອອກເມືອງ ເພາະເປັນສາເຫດໜື່ງເຮັດໃຫ້ການສັນຈອນມີຄວາມສັບສົນ ຖ້າມີການລະເມີດຈະຖືກສຶກສາອົບຮົມກ່າວເຕືອນ ແລະ ນໍາໃຊ້ມາດຕະການປັບໃໝຕາມດໍາລັດ 188/ນຍ.
ທັງນີ້ ກໍເພື່ອເປັນການຫຼຸດຜ່ອນຄວາມແອອັດ ແລະ ບັນຫາອຸບັດຕິເຫດຕາມທ້ອງຖະໜົນ ເຈົ້າໜ້າທີ່ກອງຮ້ອຍຕໍາຫຼວດຈະລາຈອນ ປກສ ເມືອງສີໂຄດຕະບອງ
ໄດ້ເຮັດໜ້າທີ່ປະສານສົມທົບກັບຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ ລົງຕິດຕາມກວດກາຜູ້ໃຊ້ລົດໃຊ້ຖະໜົນ ເວົ້າສະເພາະລົດບັນທຸກໜັກເຂົ້າ-ອອກ ໃນເວລາ ຊົ່ວໂມງເລັ່ງດ່ວນເຂົ້າການ-ເລກການ.
ຜ່ານການລົງຕິດຕາມພົບເຫັນນັກຂັບຂີ່ລົດບັນທຸກໜັກ 6 ຄັນ ລະເມີດຄໍາສັ່ງ ແລະ ແຈ້ງການຂອງ ພະແນກໂຍທາທິການ ແລະ ຂົນສົ່ງ ນວ ຈຶ່ງໄດ້ນໍາມາສຶກສາອົບຮົມ ແລະ ກ່າວເຕືອນ.
ຂອບໃຈທີ່ມາ:ໜັງສືພີມພັດທະນາ