ວັນທີ 20 ສິງຫາ 2021 ທົ່ວປະເທດກວດພົບຜູ້ຕິດເຊື້ອໂຄວິດໃໝ່ 440 ກໍລະນີ ສະຫຼຸບ ສະຖານະການລະບາດຂອງພະຍາດໂຄວິດ ຈາກຄະນະເພາະກິດ ທົ່ວປະເທດກວດພົບຜູ້ຕິດເຊື້ອໃໝ່ 440 ຕົວຢ່າງ , ແຂວງນະຄອນຫຼວງວຽງຈັນຜູ້ຕິດເຊື້ອໂຄວິດ ຈຳນວນ : 101 ຄົນ (ເປັນກໍລະນີນຳເຂົ້າ), ແຂວງຈຳປາສັກມີຜູ້ຕິດເຊື້ອໂຄວິດ ຈຳນວນ: 114 ຄົນ (ເປັນກໍລະນີນຳເຂົ້າ) , ແຂວງສະຫັວນນະເຂດມີຜູ້ຕິດເຊື້ອໂຄວິດ ຈຳນວນ : 135 ຄົນ ( 77 ຄົນ ເປັນກໍລະນີນຳເຂົ້າ) ( 58 ຄົນ ໃນຊຸມຊົນ) , ແຂວງສາລະວັນ: 23 ຄົນ (ເປັນກໍລະນີນຳເຂົ້າ) , ແຂວງຫຼວງພະບາງ: 1 ຄົນ(ເປັນກໍລະນີນຳເຂົ້າ) , ແຂວງຄຳມ່ວນ: 45 ຄົນ (ເປັນກໍລະນີນຳເຂົ້າ), ແຂວງໄຊຍະບູລີ: 4 ຄົນ (ເປັນກໍລະນີນຳເຂົ້າ) , ແຂວງບໍ່ແກ້ວ ຕົ້ນເຜິ້ງ 13 ຄົນ (ໃນຊຸມຊົນ) , ແຂວງຫຼວງນຳ້ທາ 3 ຄົນ (ໃນຊຸມຊົນ) , ແຂວງເຊກອງ 1 ຄົນ (ເປັນກໍລະນີນຳເຂົ້າ)
ສະນັ້ນຂໍໃຫ້ທຸກຄົນຢ່າປະໝາດ ໃຫ້ພາກັນຮັກສາມາດຕະການຢ່າງເຂັ້ມງວດ ບໍ່ປ່ອຍປະລະເລີຍຕໍ່ມາດຕະການໄປໃສມາໃສໃຫ້ໃສ່ຜ້າປິດປາກປິດດັງ ບໍ່ໄປສະຖານທີ່ແອອັດ ແລະ ມີຄົນຫຼາຍ ເພື່ອຫຼີກລ້ຽງໄລຍະຫ່າງທາງສັງຄົມ ແລະໃຫ້ໝັ່ນລ້າງມືທຸກຄັ້ງເວລາອອກໄປຂ້າງນອກ ຫຼື ຈັບບາຍສິ່ງຂອຕ່າງໆດ້ວຍເຈວແອວກໍຮໍ ສຸດທ້າຍຂໍໃຫ້ທຸກຄົນປອດໄພ ເຮົາຈະຜ່ານວິກິດຄັ້ງນີ້ໄປດ້ວຍກັນ