ໄຣເດີ້ຂໍລະບາຍ…!!! ຢາກຝາກໄປເຖິງໄຣເດີ້ບາງຄົນ ກ່ຽວກັບເລື່ອງຄ່າສົ່ງອາຫານວ່າໄດ້ໜ້ອຍ ແລ້ວບໍພໍໃຈ

0
207

ກ່ອນອື່ນໝົດຂໍອອກໂຕກ່ອນເດີ້ ບໍລິສັດ ຟູດແພນດ້າ ບໍ່ໄດ້ມາຈ້າງໃຫ້ອອກມາເວົ້າ, ແຕ່ຂ້ອຍຢາກອອກມາເວົ້າເນື່ອງຈາກເຫັນໂພສຂອງໄຣເດີ້ທ່ານໜຶ່ງ ແລ້ວມັນມີຜົນກະທົບຕໍ່ກັບໄຣເດີ້ຫຼາຍໆຄົນ.

ວ່າງອາທິດກ່ອນເຫັນໄຣເດີ້ທີ່ອອກມາຕໍ່ວ່າບໍລິສັດກ່ຽວກັບເລື່ອງຄ່າສົ່ງອາຫານວ່າໄດ້ໜ້ອຍ. ມື້ນີ້, ຂ້າພະເຈົ້າໃນຖານະໜຶ່ງໃນໄຣເດີ້ເຮັດວຽກມາໄດ້ຫລາຍເດືອນ ຢາກອອກມາແຊຣໃຫ້ທຸກຄົນໄດ້ເຫັນອີກດ້ານໜຶ່ງ ເພາະຕອນນີ້ຫຼາຍຄົນກະຊິເຊື່ອໄປແລ້ວວ່າການມາເປັນໄຣເດີ້ ຈະໄດ້ຮັບຄ່າສົ່ງພຽງແຕ່ 2000 ຫາ 3000 ກີບ, ຖາມວ່າແມ່ນຄວາມຈິງບໍ? ແມ່ນ, ແຕ່ກະບໍ່ສະເໝີໄປ. ສາເຫດທີ່ເງິນຄ່າສົ່ງ 2000 ຫາ 3000 ແມ່ນອາດຈະມີຫຼາຍປັດໄຈ:

1.ໄລຍະທາງສົ່ງອາຫານໃກ້ຫຼາຍ, ຕໍ່າກວ່າ 500ແມັດ, ເຊິ່ງຂ້ອຍກະເຄີຍໄດ້ຄືກັນແຕ່ກະບໍ່ແມ່ນທຸກອໍເດີ້ ເພາະເຊື່ອວ່າຫຼາຍຄົນຢາກສົ່ງໃກ້ ກະເລີຍຮັບອໍເດີ້ໃກ້ໆ, ແຕ່ຖ້າສົ່ງໄກແນ່ນອນເງິນກະສິໄດ້ຫລາຍຂຶ້ນ(ຄືຢູ່ໃນຮູບ)

2.ໄຣເດີິ້ບາງຄົນມັກປະຕິເສດອໍເດີ້ ຫຼື ຈອງກະແລ້ວບໍ່ເຮັດວຽກຕາມກະທີ່ຈອງໄວ້ ເຊິ່ງເຮັດໃຫ້ໄຣເດີ້ຄົນອື່ນຢາກເຮັດວຽກ ແຕ່ບໍ່ສາມາດເຮັດໄດ້, ເລີຍເຮັດໃຫ້ຜູ້ກ່ຽວນັ້ນ ບໍ່ໄດ້ຢູ່ໃນແບັດທີ່ດີ.

ສຳຫຼັບຂ້ອຍແລ້ວ,ຂ້ອຍໄດ້ເດືອນລະ 8,000,000 ກີບແທ້ (ຕາມຮູບທີ່ທຸກຄົນເຫັນເລີຍ), ແຕ່ກ່ອນຈະໄດ້ເທົ່ານີ້ແນ່ນອນຕ້ອງເຮັດວຽກຕາມກົດຂອງບໍລິສັດວາງອອກເຊັ່ນ: ເຮັດວຽກຄົບຊົ່ວໂມງ, ບໍ່ປະຕິເສດອໍເດີ້ຂອງລູກຄ້າ, ອໍເດີ້ໃກ້ ຫຼື ໄກກໍ່ຮັບໝົດ.

ເຮັດວຽກຫຼາຍຕ້ອງໄດ້ເງິນຫຼາຍ ເຮັດວຽກໜ້ອຍກະໄດ້ເງິນໜ້ອຍເປັນເລື່ອງປົກກະຕິຢູ່ແລ້ວ ແລະ ຕາມທີ່ເຮັດວຽກມາ,ບໍລິສັດເພິ່ນບໍ່ໄດ້ຕັດເງິນຄ່າອໍເດີ້ລົງເດີ້.ຍັງຄືເກົ່າໄດ້ຫລາຍໄດ້ໜ້ອຍແມ່ນຂຶ້ນກັບການເຮັດວຽກຂອງຜູ້ກ່ຽວ,

ເຮັດວຽກຫລາຍໄດ້ຫລາຍ, ເຮັດວຽກໜ້ອຍໄດ້ໜອ້ຍ ຖ້າເຮັດວຽກດີມີວິໄນ ບໍ່ປະຕິເສດອໍເດີ້ ກະສິໄດ້ໂບນັດເພີ່ມ. ຝາກໃຫ້ທຸກຄົນເທົ່ານີ້ລະ ທີ່ອອກມາເວົ້າກະເຫັນໃຈບໍລິສັດຢູ່ ແລະ ຢາກໃຫ້ທຸກຄົນໄດ້ເຫັນອີກມຸມໜຶ່ງຂອງການເປັນໄຣເດີ້.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.