ດີໃຈນຳ! ແພດສະຫວັນປົວຫາຍດີອີກ 55 ຄົນສົ່ງກັບສູ່ຄອບຄົວ

0
224

ຈະເຫັນໄດ້ວ່າມີການລາຍງານຈາກ ແຂວງສະຫວັນນະເຂດ ເຖິງຕົວເລກປິ່ນປົວຜູ້ຫາຍດີຈາກການຕິດເຊື້ອພະຍາດໂຄວິດ-19 ມີໃນທຸກໆວັນ ເຖິງແມ່ນຕົວເລກຜູ້ຕິດເຊື້ອຈະເພີ່ມຂຶ້ນທຸກວັນກໍ່ຕາມ ແຕ່ດ້ວຍຄວາມເອົາໃຈໃສ່ຂອງທີມແພດປິ່ນປົວ ມາຮອດວັນທີ 18 ສິງຫາໄດ້ສົ່ງອີກ 55 ຄົນກັບບ້ານແລ້ວລວມໆຜູ້ປົວຫາຍດີມາຮອດຂະນະນີ້ 2.235 ຄົນ.


ໂດຍວັນທີ 18 ສິງຫາ 2021 ເວລາ 15:00 ໂມງ ໄດ້ມີພິທີມອບ – ຮັບຜູ້ທີ່ປິ່ນປົວດີຈາກພະຍາດ ໂຄວິດ-19 ຈຳນວນ 55 ກໍລະນີ ທີ່ໄດ້ຮັບການປິ່ນປົວດີ ຈາກໂຮງໝໍສະໜາມຫຼັກ9 ກັບຄືນບ້ານເກີດເມືອງນອນ.


ກ່ອນຄົນເຈັບທັງ 55 ຄົນຈະກັບຄືນພູມລຳເນົາທິມແພດປິ່ນປົວ ໄດ້ກ່າວຕໍ່ໍ່ ພວກເພິ່ນວ່າ ພາຍຫຼັງທີ່ກັບເມືອບ້ານແລ້ວ ຕ້ອງໄດ້ມີການສືບຕໍ່ແຍກປ່ຽວກັກບໍລິເວນໂຕເອງຢູ່ສູນກັກບໍລິເວນ ຂອງເມືອງຕື່ມອີກ 14 ວັນ ທີ່ໄດ້ກຳນົດໄວ້ໃຫ້ໃນແຕ່ລະເມືອງ, ໃຫ້ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ ໃຫ້ຮັກສາໄລຍະຫ່າງທາງສັງຄົມ, ໃສ່ຜ້າອັດປາກ, ແລະ ໝັ່ນລ້າງມືໃສ່ສະບູຫຼື ເຈວຂ້າເຊື້ອ ເປັນປະຈໍາ ຕະຫຼອດເຖິງ ການຕິດຕາມອຸນຫະພູມ ແລະ ອາການເຈັບເປັນຂອງຕົນເອງໃນແຕ່ລະວັນ.


ຖ້າມີອາການເຈັບເປັນໃດນຶ່ງ ແມ່ນໃຫ້ໂທປຶກສາແພດເພື່ອຂໍຄໍາແນະນໍາໃນການປະຕິບັດຕົນ,ທ່ານຍັງໄດ້ເນັ້ນໜັກໃຫ້ທາງຄອບຄົວ ແລະ ອໍານາດການປົກຄອງບ້ານໄດ້ຊີ້ແຈງຕໍ່ປະຊາຊົນພາຍໃນບ້ານໃຫ້ມີຄວາມເຂົ້າໃຈ ແລະ ໂດຍສະເພາະບໍ່ໃຫ້ມີການລັງກຽດຕໍ່ຜູ້ຕິດເຊື້ອພະຍາດໂຄວິດ-19, ຜູ້ທີ່ໄດ້ຮັບການປິ່ນປົວດີແລ້ວ ແລະ ຄອບຄົວຂອງເຂົາເຈົ້າ, ໃຫ້ທຸກຄົນໃນສັງຄົມພ້ອມກັນເປັນກຳລັງໃຈ ແລະ ໃຫ້ການສະໜັບສະໜູນ ແລະ ການແນະນຳທີ່ດີຜູ້ທີ່ຕິດເຊື້ອ ກໍຄືຜູ້ທີ່ປິ່ນປົວດີ ແລ້ວເພື່ອໃຫ້ມີກຳລັງໃຈສືບຕໍ່ການປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ແລະ ການດໍາລົງຊີວິດປົກກະຕິແບບໃໝ່ ( New normal ) ທີ່ປອດໄພໃນຄອບຄົວ ແລະ ໃນສັງຄົມ.
ສຳລັບແຂວງສະຫວັນນະເຂດ ມາຮອດປະຈຸບັນແມ່ນມີ ຜູ້ຕິດເຊື້ອສະສົມ 3.631 ຄົນ, ຍັງຄ້າງຢູ່ສູນປິ່ນປົວ 1.396 ຄົນ, ປິ່ນປົວດີແລ້ວ 2.235 ຄົນ, ຍິງ 1,127 ຄົນ ແລະ ເສັຍຊີວິດ 2 ຄົນ, ຍິງ 1 ຄົນ.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.