ວັນຈັນ:ການງານ ມີຄວາມຮີບຮ້ອນໃນສະພາວະແວດລ້ອມການເຮັດວຽກງານທີ່ທ່ານຕ້ອງພົບອຸປະສັກຕ່າງໆ ແລະຕ້ອງແກ້ໄຂ ຫວັງພຶ່ງພາ ຫລືໄວ້ໃຈໃຜບໍ່ໄດ້ ຕ້ອງແກ້ບັນຫາດ້ວຍຕົນເອງ ການເງິນ ຊ່ວງນີ້ມີເລື່ອງທີ່ຕ້ອງຈ່າຍ ພາລະການໃຊ້ຈ່າຍທີ່ຈຳເປັນມີຫລາຍ ແຕ່ເຄື່ອງທີ່ຢາກໄດ້ກໍມີຫລາຍຫຼາຍຢ່າງເຊັ່ນກັນ ຄວາມຮັກ ຄວາມສຳພັນດ້ານຄວາມຮັກຖືກພັດທະນາໄປໃນເກນທີ່ຄືຈະລົງຕົວ ແຕ່ກໍຍັງບໍ່ເປັນເຊັ່ນນັ້ນ ຂຶ້ນຢູ່ກັບການປະຕິບັດຕົວຕໍ່ກັນ
ວັນຄານ:ການງານ ການຕິດຕໍ່ການງານໃນຊ່ວງນີ້ຍັງມີຄວາມເລັ່ງຮີບ ຕ້ອງໃຊ້ຄວາມໃຈເຢັນໃນວາງແຜນ ແລະຕັ້ງເປົ້າໝາຍໃນການບໍລິຫານຈັດການໃຫ້ຖືກຕ້ອງ ການເງິນ ຫາເຂົ້າມາໄດ້ຫລາຍກໍໃຊ້ອອກໄປຫລາຍ ເປັນການຊື້ຫາສິ່ງຂອງທີ່ຖືກໃຈເຂົ້າມາກໍເປັນໄປໄດ້ໃນໄລຍະນີ້ ຄວາມຮັກ ຍັງບໍ່ມຸ້ງເນັ້ນທາງດ້ານຄວາມຮັກໂດຍກົງ ເພາະຍັງມີຫຼາຍເລື່ອງທີ່ຕ້ອງຈັດການ ແລະຕ້ອງໃຊ້ເວລາໃນການເດິນທາງຢູ່ເປັນປະຈຳ
ວັນພຸດ:ການງານ ມີໂອກາດເດິນທາງໂຍກຢ້າຍທາງດ້ານການງານ ຫລືມີການປ່ຽນແປງພາຍໃນອົງກອນທີ່ທ່ານພົບໃນຊ່ວງນີ້ ການເງິນ ມີໂຊກຈະໄດ້ເງີນ ຫາເຂົ້າມາໄດ້ຫລາຍກໍໃຊ້ອອກໄປຫລາຍ ແຕ່ກໍຍັງຫາເຂົ້າມາໄດ້ເພິ່ມເຕິມເພີ່ມຂຶ້ນຢູ່ເລື່ອຍໆ ຄວາມຮັກ ຕ້ອງເວົ້າຈາດີໃນການເລື່ອງການຜູກຄວາມສຳພັນກັບຄົນຮັກໃນຊ່ວງນີ້ ຄວາມສຳພັນຈະລົງຕົວໄດ້ຖ້າບໍ່ໃຊ້ຄວາມໃຈຮ້ອນ
ວັນພະຫັດ:ການງານ ເຮັດເຕັມທີ່ໃຫ້ດີທີ່ສຸດ ແມ່ນຈະຮູ້ສຶກເບື່ອ ແຕ່ເມື່ອມີຄວາມຕັ້ງໃຈກໍຈະສາມາດສ້າງຜົນງານທີ່ດີໄດ້ຢ່າງທີ່ຄາດຫວັງການເງິນ ມີທັງຮັບທັງຈ່າຍສະລັບປັບປ່ຽນກັນໄປໃນຊ່ວງນີ້ ຫາເຂົ້າມາໄດ້ຫລາຍກໍໃຊ້ອອກໄປຫລາຍ ຄວາມຮັກ ມີໂອກາດພົບຮັກ ແຕ່ທ່ານກໍຍັງບໍ່ຕັດສິນໃຈ ເພາະເລື່ອງໃນເລື່ອງຂອງໄລຍະທາງ ແລະບັນຫາບາງຢ່າງທີ່ຍັງບໍ່ຖືກຈັດການໃຫ້ເກີດຄວາມຊັດເຈນໄດ້ນັ້ນເອງ
ວັນສຸກ:ການງານ ມີໂອກາດປ່ຽນແປງໂຍກຍ້າຍ ເດິນທາງ ແລະການເຈລະຈາຕ່າງໆ ມີຄວາມກົດດັນທີ່ຕ້ອງພົບ ແລະຕ້ອງມີການຕັດສິນໃຈທີ່ເດັດຂາດ ການເງິນ ຊ່ວງນີ້ລາຍຈ່າຍຫລາຍ ເພາະຄ່າໃຊ້ຈ່າຍ ແລະຕົ້ນທຶນຕ່າງໆ ຄ່ອນຂ້າງສູງ ທີ່ທ່ານຕ້ອງໃຊ້ເງິນລົງທຶນອອກໄປ ຄວາມຮັກ ລະວັງຢູ່ໃນສະຖານນະການຄວາມຮັກທີ່ບໍ່ເປີດເຜີຍໃນຊ່ວງນີ້ ເຮັດໃຫ້ລັງເລໃນການທີ່ຈະຕັດສິນໃຈ
ວັນເສົາ:ການງານ ມີຄວາມສຳເລັດໃນເລື່ອງຂອງການງານທີ່ທ່ານມີຄວາມອ້ອມຄອບ ແລະອົດທົນ ສົ່ງຜົນຕໍ່ຊື່ສຽງທີ່ດີຂຶ້ນ ແລະລະວັງຄົົນທີ່ຈະເຂົ້າມາເພື່ອຫາຜົນປະໂຫຍດ ຕ້ອງຮູ້ຈັກເລືອກຄົບຄົນ ການເງິນ ກັງວົນກ່ຽວກັບເລື່ອງການໃຊ້ຈ່າຍ ແລະການໃຊ້ເງີນ ບໍ່ຄວນປະມາດໃນການໃຊ້ຈ່າຍ ຄວາມຮັກ ຫາກຈະພົບໃຜໃນຊ່ວງນີ້ທີ່ຈະມີເຂົ້າມາ ເປັນຄົນອາຍຸນ້ອຍກວ່າ ມີການເວົ້າ ແຕ່ຍັງບໍ່ໄດ້ຕັດສິນໃຈ ເປັນການເບິ່ງໆ ກັນຫລາຍກວ່າ
ວັນອາທິດ:ການງານ ມີຄວາມສະຫລຽວສະຫລາດໃນເລື່ອງຂອງການຕໍ່ລອງຕ່າງໆ ຊຶ່ງຈະກໍ່ໃຫ້ເກີດໂຊກ ແລະການເປັນຄົນມີທັກສະຈະສາມາດສ້າງທຸລະກິດໃໝ່ຂຶ້ນມາໄດ້
ການເງິນ ໃນຊ່ວງນີ້ຍັງຢູ່ໃນເກນຊົງຕົວ ແລະລະມັດລະວັງໃນເລື່ອງຂອງການໃຊ້ຈ່າຍຊຶ່ງຕ້ອງມີຄວາມອ້ອມຄອບ ຄວາມຮັກ ຍັງບໍ່ລົງຕົວທາງດ້ານຄວາມສຳພັນດ້ານຄວາມຮັກໃນຊ່ວງນີ້ ເພາະໃນເລື່ອງຂອງເວລາ ແລະໄລຍະທາງເຮັດໃຫ້ເກີດຄວາມຫ່າງເຫີນ