ເມຍ ກິດາວເພັດ ໜູຫ່ວງ ອວຍພອນວັນເກີດ ນ້ອງບິກລູກຊາຍຫົວແກ້ວຫົວແຫວນ ຕົວແທນຂອງຜົວທີ່ຮັກ

0
247

ນາທີນີ້ແອັດເຊື່ອວ່າບໍ່ໃຜຈະບໍ່ຮູ້ຈັກໜຸ່ມນ້ອຍຄົນນີ້ ນ້ອງບິກ ວິລະຍຸດ ໜູຫ່ວງ ທາຍາດນັກຮ້ອງດັງຜູ້ລ່ວງລັບ ອາຈານກິ ດາວເພັດ ໜູຫ່ວງ ລາຊາເພັງລູກທົ່ງ ຜູ້ມອບສຽງເພັງ ຄວາມມ່ວນຊື່ນໃຫ້ກັບແຟນເພັງໃນທົ່ວປະເທດ.

ເຊິ່ງການຈາກໄປຂອງອາຈານກິດາວເພັດ ໜູຫ່ວງ ໃນຊ່ວງເດືອນເມສາ 2020 ຜ່ານມາ ກໍ່ສ້າງຄວາມໂສກເສົ້າເສຍໃຈໃຫ້ກັບແຟນເພັງບໍ່ໜ້ອຍ. ແຕ່ແນວໃດກໍ່ຕາມ ເຖິງແມ່ນວ່າເພິ່ນຈະຈາກໄປ ແຕ່ສິ່ງທີ່ຍັງຄົງຢູ່ຄືສຽງເພັງ ຄວາມມ່ວນຊື່ນທີ່ເພິ່ນຍັງຄົງຝາກໄວ້ໃນອ້ອມອົກອ້ອມໃຈຂອງຄົນລາວ, ຍິ່ງໄປກວ່ານັ້ນ ຄືການຝາກຕົວແທນໄວ້ ມາມອບຄວາມສຸກໃຫ້ກັບແຟນເພງ ກໍ່ຄື ນ້ອງບິກ ວິລະຍຸດ ໜູຫ່ວງ ລູກຊາຍຂອງເພິ່ນເອງ.

ມາຮອດຕອນນີ້ ແນ່ນອນວ່ານ້ອງບິກໄດ້ກາຍເປັນທີ່ຮັກແພງຂອງແຟນເພັງໃນທົ່ວປະເທດ ແລະ ມື້ນີ້ກໍ່ເປັນອີກມື້ສໍາຄັນຂອງນ້ອງບິກ ກໍ່ຄືວັນເກີດຂອງນ້ອງເອງ ເຊິ່ງແນ່ນອນວ່າຄົນສໍາຄັນຂອງນ້ອງ ໂດຍສະເພາະແມ່ນແມ່ບໍ່ພາດທີ່ຈະອວຍພອນນ້ອງ ເຊິ່ງຄໍາອວຍພອນນັ້ນກໍ່ສຸດກິນໃຈ ສົມກັບຄວາມຮັກທີ່ເພິ່ນມີໃຫ້ນ້ອງບິກອີຫຼີ.

ຄໍາອວຍພອນຈາກແມ່ຄໍາພຸດເຖິງນ້ອງບິກນັ້ນ ເພິ່ນໄດ້ໂພສຜ່ານເຟສບຸກ ພ້ອມຂໍ້ຄວາມຊື້ງໄວ້ວ່າ: ສຸກສັນວັນເກີດເດີ້ລູກຊາຍແມ່ເປັນລູກທີ່ດີຂອງແມ່ເປັນນັກຮ້ອງທີ່ຮັກຂອງແຟນເພງເປັນຄົນດີຂອງສັງຄົມເດີລູກເຖີງວ່າເຈົ້າສິບໍ່ມີພໍ່ແລ້ວກໍ່ຕາມແມ່ຈະທໍາໜ້າເປັນທັງພໍ່ແລະແມ່ໃຫ້ເຈົ້າແມ່ຂໍໃຫ້ລູກມີຄວາມສຸກ.

ໃຫ້ລູກຕັ້ງໃຈສ້າງຜົນງານເພງອອກມາສູ່ສັງຄົມໃຫ້ດີຂື້ນໄປເລື່ອຍໆໃຫ້ເຈົ້າມີຊື່ສຽງໂດງດັງຕາມຮອຍພໍ່ເຈົ້າປູທາງໄວ້ໃຫ້ເດີລູກ(ບິກ)ວິລະຍຸດໜູຫ່ວງ.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.