ລັດຖະບານ ໄດ້ນໍາໃຊ້ງົບປະມານ ແລະ ອຸປະກອນຕ່າງໆ ເຂົ້າໃນການປ້ອງກັນ ໂຄວິດ-19 ຢ່າງມີປະສິດທິຜົນ

0
208

ຂປລ. ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດໂຄວິດ-19 ແຈ້ງໃຫ້ຮູ້ ໃນກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດຊຸດ ທີ IX ວ່າ: ລັດຖະບານ ກໍຄື ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດດັ່ງກ່າວ, ໄດ້ນໍາໃຊ້ງົບປະມານ ແລະ ອຸປະກອນຕ່າງໆ ເຂົ້າໃນການປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19 ຢ່າງມີປະສິດທິຜົນ.

ນັບແຕ່ມີການລະບາດຂອງພະຍາດດັ່ງກ່າວ, ຢູ່ປະເທດເຮົາແຕ່ເດືອນກຸມພາ 2020 ມາຮອດວັນທີ 6 ສິງຫາ 2021 ສປປ ລາວ ໄດ້ຮັບການຊ່ວຍເຫລືອຈາກພາຍໃນ ແລະ ຕ່າງປະເທດ ທີ່ເປັນເງິນສົດ, ອຸປະກອນການແພດ, ເຄມີ ແລະ ຢາປິ່ນປົວ ລວມທັງໝົດ 525 ຄັ້ງ ຈາກຈໍານວນ 256 ພາກສ່ວນ, ລວມມີມູນຄ່າການຊ່ວຍເຫລືອຫລາຍກວ່າ 88 ຕື້ກີບ, 76 ລ້ານກວ່າໂດລາສະຫະລັດ, 23 ລ້ານກວ່າບາດ (ສະກຸນເງິນໄທ), 13 ລ້ານກວ່າຢວນ (ສະກຸນເງິນຈີນ), 248.000 ກວ່າເຢັນ (ສະກຸນເງິນຍີປຸ່ນ), 431 ລ້ານກວ່າດົງ (ສະກຸນເງິນຫວຽດນາມ), 11.000 ກວ່າໂດລາສິງກະໂປ, 2 ລ້ານກວ່າເອີໂຣ ແລະ 95 ລ້ານກວ່າວອນ (ສະກຸນເງິນ ສ.ເກົາຫລີ). ໃນນີ້ການຊ່ວຍເຫລືອທາງດ້ານອຸປະກອນການແພດລວມມີມູນຄ່າກວ່າ 34,9 ຕື້ກວ່າກີບ, 67 ລ້ານກວ່າໂດລາສະຫະລັດ, 17 ລ້ານກວ່າບາດ, 13 ລ້ານກວ່າຢວນ, 107 ລ້ານກວ່າເຢັນ, 431 ລ້ານກວ່າດົງ, 11.000 ໂດລາສິງກະໂປ ແລະ 2.000.000 ກວ່າເອີໂຣ.

ທ່ານ ກິແກ້ວ ໄຂຄໍາພິທູນ ກ່າວຕື່ມວ່າ: ສໍາລັບການແຈກຢາຍງົບປະມານ ແລະ ອຸປະກອນທັງໝົດ ແມ່ນໄດ້ແຈກຢາຍໄປໃຫ້ຂັ້ນສູນກາງ ແລະ ທ້ອງຖິ່ນ ຕາມຄວາມຕ້ອງການດ່ວນຂອງໜ່ວຍງານຄວບຄຸມ ແລະ ຕອບໂຕ້ ໄດ້ຕະຫລອດ 24 ຊົ່ວໂມງ. ອຸປະກອນທີ່ຈໍາເປັນພື້ນຖານໄດ້ແຈກຢາຍໃຫ້ບັນດາໂຮງໝໍ, ສູນປິ່ນປົວ ແລະ ໜ່ວຍງານຕອບໂຕ້ການລະບາດໃນທົ່ວປະເທດ, ໂດຍສະເພາະ ແມ່ນ 4 ແຂວງພາກໃຕ້ ທີ່ມີການລະບາດ.

ສໍາລັບງົບປະມານຂອງລັດ ປີ 2021 ລັດຖະບານໄດ້ອະນຸມັດເງິນສຸກເສີນສອງຄັ້ງ ລວມ 50 ຕື້ກີບ  ຊຶ່ງໄດ້ແບ່ງໃຫ້ກະຊວງສາທາລະນະສຸກ, ບັນດາແຂວງໃນທົ່ວປະເທດ ແລະ ໂອນເພີ່ມໃຫ້ 4 ແຂວງ ທີ່ມີຈໍານວນຜູ້ຕິດເຊື້ອເພີ່ມ. ສ່ວນເງິນກູ້ຢືມຈາກທະນາຄານໂລກ (WB) ມູນຄ່າ 33 ລ້ານໂດລາສະຫະລັດ ໄດ້ນໍາໃຊ້ແລ້ວ 6,88 ລ້ານໂດລາສະຫະລັດ ເພື່ອກໍ່ສ້າງສະຖານທີ່ປິ່ນປົວ, ກວດວິເຄາະ, ຈັດຊື້ອຸປະກອນ, ລົດຮັບສົ່ງຄົນເຈັບ 6,56 ລ້ານໂດລາສະຫະລັດ (ໄດ້ແຈກຢາຍແລ້ວ), ຝຶກອົບຮົມກຽມຄວາມພ້ອມ ແລະ ສ້າງຄວາມອາດສາມາດ 0,2 ລ້ານໂດລາສະຫະລັດ, ການບໍລິຫານໂຄງການ ແລະ ຊ່ຽວຊານ 0,12 ລ້ານໂດລາສະຫະລັດ.

ສໍາລັບເງິນກູ້ຢືມຈາກທະນາຄານພັດທະນາອາຊີ (ADB) ມູນຄ່າ 20 ລ້ານໂດລາສະຫະລັດ ເພື່ອນໍາໃຊ້ເຂົ້າໃນວຽກງານການຈັດຊື້ອຸປະກອນການແພດ, ເຄື່ອງກວດວິເຄາະ, ລົດຮັບສົ່ງຄົນເຈັບ, ເຄມີ, ເຄື່ອງຮັບໃຊ້ການແພດ, ຢາ, ການກໍ່ສ້າງພະນັກງານ ແລະ ອື່ນໆ (ໄດ້ກະກຽມມີແຜນນໍາໃຊ້ແລ້ວ).

ສໍາລັບເງິນຊ່ວຍເຫລືອລ້າ ແລະ ຊ່ວຍເຫລືອຈາກສັງຄົມ ມາຮອດວັນທີ 7 ສິງຫາ 2021 ໄດ້ຮັບການຊ່ວຍເຫລືອຈໍານວນ 20 ຕື້ກວ່າກີບ ແມ່ນໄດ້ນໍາໃຊ້ແລ້ວ 5,9 ຕື້ກວ່າກີບ, ຍັງເຫລືອ 14 ຕື້ກວ່າກີບ), 5,8 ລ້ານກວ່າໂດລາສະຫະລັດ ແລະ 8,1 ລ້ານກວ່າບາດ.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.