ຝາກໄວ້ໃຫ້ຄິດ..!!!ຈັກຊິພາກັນປະທ້ວງບໍ່ພໍໃຈຫຍັງເດ້ ລັດຖະບານເພີ່ນເຮັດດີທີ່ສຸດແລ້ວ

0
232

ຈັກຊິພາກັນປະທວ້ງບໍ່ພໍໃຈຫຍັງເດ ລັດຖະບານເພີ້ນເຮັດດີທີ່ສຸດແລ້ວ ທີ່ມັນໃນບໍ່ສະດວກ ກໍຍ້ອນມັນດ່ວນຈຳນວນຄົນເຂົ້າມາມັນຫລາຍ ຊິໃຫ້ມັນໄດ້ໃຈໝົດທຸກຢ່າງມັນກໍບໍ່ໄດ້ ດີແລ້ວທີ່ເພີ້ນຍັງຮັບມາກັກໂຕ ເບິງແຍງ ລ້ຽງເຂົ້າລ້ຽງນໍ້າ ຄິດເບີງອ້າຍນ້ອງທະຫານຕຳຫລວດເຂົາລຳບາກສຳໃດ

ອົດຫລັບອົດນອນ ປະຄອບຄົວມາຍາມປ້ອງກັນເຝົາພວກເຈົ້າ ແພດໝໍ ເຂົາເມື້ອຍສຳໃດ ມີຄວາມສ່ຽງເພື່ອມາປິ່ນປົວຮັກສາພວກເຈົ້າ ໜ່ວຍສະເພາະກິດພາກສ່ວນທີ່ກ້ຽວຂ້ອງເພີ້ນກະເມື້ອຍຄືກັນ ໄປໆມາໆປະສານວຽກງານ ມັນບໍ່ແມ່ນງ່າຍໆ

ມັນບໍ່ດີ ຫລື ຍັງບໍ່ທັນພຽງພໍອັນໃດກະອົດໄປກ່ອນ ພວກເຈົ້າກະຄົນລາວ ຊິໃຫ້ມັນສະບາຍຄືຢູ່ເຮືອນກະບໍ່ໄດ້ ມີຫຍັງກະອົດທົນໄປກ່ອນ ກັກໂຕກະບໍ່ໄດ້ດົນ

ດຽວກະອອກໄປ ພວກເຈົ້າຊິມາປະຈານປະທ້ວງລັດຖະບານອອກໂຊຊຽວມັນບໍ່ຖືກ ມີຫຍັງກະລາຍງານສະເໜີ ພາກສ່ວນທີ່ກ້ຽວຂ້ອງໄປຕາມຂັ້ນຕອນ ຖ້າເພີ້ນຖີ້ມພວກເຈົ້າເພີ້ນຄົງບໍ່ຮັບເຂົ້າມາດອກ.


#ຝາກໄວ້ໃຫ້ຄິດນຳກັນ.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.