ຢ່າຫາເຮັດ..!!! ເຊົ່າລົດແລ້ວ ໄປຈຳເອົາເງິນຫຼີ້ນກິນຟຸມເຟືອຍ ສຸດທ້າຍ ຖ ື ກ ຈ ັບ ດຳເນີນຄະດີ

0
207

ໃນວັນທີ 5 ກໍລະກົດ 2021 ຜ່ານມານີ້ ເຈົ້າໜ້າທີ່ຕໍາຫຼວດວິຊາສະເພາະ ກອງບັນຊາການ ປກສ ເມືອງວັງວຽງ ແຂວງວຽງຈັນ ໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍວ່າ: ໄດ້ມີທ້າວ ແອນ້ອຍ ອາຍຸ 23 ປີ ອາຊີບ ກໍາມະກອນ ຢູ່ບ້ານເມືອງຊອງ ເມືອງວັງວຽງ ແຂວງວຽງຈັນ ໄດ້ມາເຊົ່າລົດຢູ່ຮ້ານບໍລິການເຊົ່າລົດ ຢູ່ບ້ານສະຫວ່າງ ແລະ ບ້ານ ໂພນເພັງ ເມືອງວັງວຽງ ແລ້ວນໍາໄປຈໍານໍາເອົາເງີນຕໍ່ ໃນນີ້ມີລົກຈັກຈໍານວນ 4 ຄັນ ສ່ວນ 3 ຄັນ ແມ່ນລົດເຊົ່າມາ ຈາກນັ້ນເຈົ້າໜ້າທີ່ຈຶ່ງໄດ້ແຕ່ງຕັ້ງພະນັກງານລົງກວດກາ ເຫັນວ່າມີມູນຄວາມຈິງແທ້ ຈຶ່ງໄດ້ກັກຕົວທ້າວ ແອນ້ອຍ ມາທໍາການສືບສອນ-ສອບສວນ.

ຜ່ານການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ວິຊາສະເພາະ ກອງບັນຊາການ ປກສ ເມືອງວັງວຽງ ແຂວງວຽງຈັນ ທ້າວ ແອນ້ອຍ ໄດ້ຮັບສາລະພາບວ່າ: ໃນວັນທີ 30 ພືດສະພາ 2021 ຜ່ານມານີ້ ໄດ້ເອົາລົດຈັກເວັບຈີນ ສີແດງ ຂອງຜູ້ກ່ຽວ ໄປຈໍາເອົາເງີນຢູ່ຮ້ານຈໍານໍາ ແຫ່ງໜຶ່ງຢູ່ບ້ານ ວຽງໄຊ ເມືອງວັງວຽງ ແຂວງວຽງຈັນ ໃນລາຄາ 950.000 ກີບ, ຕົກມາໃນວັນທີ 31 ພືດສະພາ 2021 ເວລາ 10 ໂມງເຊົ້າ ໄດ້ໄປເຊົ່າລົດຈັກ ເວັບ100 ຍິ່ຫໍ້ ຮອນດາ ສີຂຽວດໍາ, ວຽງຈັນ ຈຕ 3414 ຢູ່ຮ້ານບໍລິການເຊົ່າລົດ ຢູ່ບ້ານສະຫວ່າງ ເມືອງວັງວຽງ ເຊົ່າເປັນມື້ໆລະ 60.000 ກີບ ໂດຍເອົາສໍາມະໂນຄົວຂອງພໍ່ແມ່ເມຍ ໄປຄໍ້າປະກັນໄວ້ ແລ້ວເອົາໄປຈໍາຢູ່ຮ້ານຈໍານໍາແຫ່ງໜຶ່ງ ເຂດບ້ານວຽງໄຊ ເມືອງວັງວຽງ

ຈໍາໄດ້ເງີນຈໍານວນ 6.000.000 ກີບ ດອກເບ້ຍ 5% ຕໍ່ເດືອນ ເມື່ອໄດ້ເງີນແລ້ວກໍ່ໄດ້ເອົາໄປຈ່າຍຄ່າເຊົ່າລົດແຕ່ລະມື້ ແລະ ໄດ້ເຊົ່າລົດຈັກເພີ່ມອິກ 1 ຄັນ ເປັນລົດເວັບ100 ຍິ່ຫໍ້ ຮອນດາ ສີຂຽວດໍາ ປ້າຍທະບຽນ ນະຄອນຫຼວງ ດມ 1760 ແລ້ວເອົາໄປຈໍານໍາຮ້ານເກົ່າທີ່ເຄີຍຈໍາ ແຕ່ລະຄັ້ງແມ່ນໄດ້ເງີນ 6.000.000 ກີບ ດອກ 5%ຕໍ່ເດືອນ ຕົກມາຮອດວັນທີ 18 ມີຖຸນາ 2021 ເວລາ 10 ໂມງ ຜູ້ກ່ຽວໄດ້ໄປເຊົ່າລົດຈັກ ເວັບຮ້ອຍ ຍິ່ຫໍ້ ຮອນດາ ສີຂຽວດໍາ ບໍ່ມີປ້າຍທະບຽນ ຢູ່ຮ້ານບໍລິການເຊົ່າລົດເຂດບ້ານໂພນເພັງ ເມືອງວັງວຽງ ເຊົ່າເປັນມື້ໆລະ 70.000 ກີບ ໄລຍະເຊົ່າແມ່ນ 3 ມື້

ໂດຍເອົາສໍາມະໂນຄົວຂອງພໍ່ແມ່ຕົນເອງ ໄປຄໍ້າປະກັນໄວ້ ແລ້ວເອົາໄປຈໍາຮ້ານເກົ່າທີ່ເຄີຍຈໍານໍາ ໄດ້ເງີນ 6.000.000 ກີບ ດອກ 10%ຕໍ່ເດືອນ ໃນການຈໍານໍາທຸກຄັ້ງແມ່ນທ້າວ ແອນ້ອຍ ໄດ້ຕົວະວ່າແມ່ນລົດຂອງຜູ້ກ່ຽວເອງ ເມື່ອໄດ້ເງີນມາທຸກຄັ້ງຜູ້ກ່ຽວກໍ່ໄດ້ໄປຕີສະໜຸກເກີ ໄມ້ລະ 100.000 ຫາ ໄມ້ລະ 1.000.000 ກີບ ແລະ ໃຊ້ຈ່າຍຫຼິ້ນກິນຟຸ້ມເຟືອຍຈົນໝົດ ເມື່ອໝົດກໍານົດເວລາເຊົ່າລົດແລ້ວ ເຈົ້າຂອງຮ້ານບໍລິການເຊົ່າລົດໄດ້ທວງຖາມຫາລົດ ແລະ ຄ່າເຊົ່າລົດ ຜູ້ກ່ຽວກໍ່ໄດ້ຕົວະວ່າໜູ່ຍຶມໄປຍັງບໍ່ມາສົ່ງ

ຕົກມາໃນວັນທີ 5 ກໍລະກົດ 2021 ເຈົ້າຂອງຮ້ານບໍລິການເຊົ່າລົດໄດ້ມາແຈ້ງຄວາມຕໍ່ເຈົ້າໜ້າທີ່ຈຶ່ງໄດ້ແຕ່ງຕັ້ງພະນັກງານລົງກວດກາ ເຫັນວ່າມີມູນຄວາມຈິງແທ້ ຈຶ່ງໄດ້ກັກຕົວທ້າວ ແອນ້ອຍ ມາດໍານວນຄະດີຕາມຂັ້ນຕອນຂອງກົດໝາຍ.

ສ່ວນຂອງກາງຄະດີເຈົ້າໜ້າທີ່ສາມາດເກັບກູ້ຄືນມາໄດ້ແລ້ວພ້ອມທັງມອບໃຫ້ເຈົ້າຂອງເດີມ ໃນຄັ້ງວັນທີ 28 ກໍລະກົດ 2021 ຜ່ານມາ ມອບໂດຍທ່ານ ພັທ ສູນທອນ ໄຊຍະເດດ ຮອງຫົວໜ້າກອງບັນຊາການ ປກສ ເມືອງວັງວຽງ ຕາງໜ້າຮັບ ລົດຈັກຈໍານວນ 3 ຄັນ ໂດຍແມ່ນທ່ານ ອິນປັນ ສຸພິດາ ນັກທຸລະກິດ ຢູ່ບ້ານວຽງແກ້ວ ເມືອງວັງວຽງ ແຂວງວຽງຈັນ.

ທີ່ມາ: Viengchan Police news

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.