ເບິ່ງທາມລາຍ 3 ຜູ້ຕິດເຊື້ອໃນຊຸມຊົນ ແຂວງສະຫວັນນະເຂດ

0
272

ສະຫວັນນະເຂດຕອນນີ້ແມ່ນໄດ້ປະກາດລັອກດາວນະຄອນໄກສອນພົມວິຫານໄປແລ້ວນັບແຕ່ເວລາ 21:00 ຂອງວັນທີ 9 ສິງຫາເປັນຕົ້ນມາ ແຕ່ຜູ້ຕິດເຊື້ອໃນຊຸມຊົນແມ່ນໄດ້ເຄື່ອນໄຫວໄປຫຼາຍ ບ່ອນສະນັ້ນ ເພື່ອແຈ້ງເຕືອນໃຫ້ຜູ້ທີ່ສ່ຽງໄດ້ລະມັດລະວັງໂຕເອງ ມື້ນີ້ເຮົາໄປເບິ່ງທາມລາຍຂອງຜູ້ຕິດເຊື້ອໃໝ່ຈຳນວນ 3 ຄົນທີ່ມີທາມລາຍຂ້ອນຂ້າງລະອຽດດັ່ງນີ້:


ກໍລະນີຢັ້ງຢືນ 2968 (ລະຫັດແຂວງ) : ເພດຍິງ, ອາຍຸ 26 ປີ , ອາຊິບ: ແມ່ລ້ຽງ ບ້ານເດັກ SOS ບ້ານເກີດ: ບ້ານສະຄືນໃຕ້ ເມືອງຈໍາພອນ ແຂວງສະຫວັນນະເຂດ ບ້ານຢູ່ປະຈຸບັນ: ບ້ານ ອຸດົມວິໄລ, ນະຄອນໄກສອນ ພົມວິຫານ , ແຂວງສະຫັວນນະເຂດ( ບ້ານເດັກ SOS)
ອາການເບື້ອງຕົ້ນແມ່ນເຈັບຄໍ, ຂີ້ສະເລດຕິດຄໍ, ແຕ່ໄດ້ສັກຢາວັກຊິນ Sinopharm ຄົບ 02 ເຂັມແລ້ວ – ບໍ່ເຄີຍເປັນພະຍາດຊໍາເຮື້ອ – ເກັບຕົວຢ່າງ ໃນວັນທີ 7/8/2021 ຈົນຮອດວັນທີ 8/8/2021 ເວລາ 21:30 ຜົນກວດພົບເຊື້ອ – ຜ່ານມາບໍ່ໄດ້ພົວພັນກັບຜູ້ຕິດເຊື້ອ ແລະ ບໍ່ໄດ້ໄປເຂດສ່ຽງ.


ການເຄື່ອນໄຫວຂອງຜູ້ກ່ຽວ:
ຫນ້າທີ່ຮັບຜິດຊອບຫຼັກ ແມ່ນເບີ່ງແຍງເດັກໃນ SOS ທີ່ຮັບຜິດຊອບ 7 ຄົນ, ມີກອງປະຊຸມຮ່ວມກັນໃນ ບ້ານເດັກ SOS ມີຄົນເຂົ້າຮ່ວມນາກັນ ທັງຫມົດ 21 ຄົນ(ໃຊ້ເວລາປະມານ 1ຊົ່ວໂມງ (ທຸກຄົນໃສ່ຜ້າອັດປາກ), ໄປຊື້ອາຫານການກິນຢູ່ຕະຫຼາດສະຫວັນໄຊ, ໄປຫັບຫຼານ ນັກສຶກສາ ມຂ ໄປຕະຫຼາດຂອງບ້ານເດັກ ວັນທີ 8/8/2021 ເວລາ 21:30 ໂມງ ຜົນກວດແມ່ນພົບເຊື້ອ ໄດ້ຮັບມານອນປິ່ນປົວຢູ່ໂຮງຫມໍພາກສະຫນາມ ວວສ ແຂວງຫວັນນະເຂດ ກຸ່ມສໍາຜັດໃກ້ຊິດກັບກໍລະນີຕິດເຊື້ອ.
ມີທັງໝົດ 07 ຄົນ (ເດັກຢູ່ບ້ານເດັກ SOS) ໃຫ້ໄປເກັບຕົວຢ່າງ 07 ຄົນ ເພື່ອກວດຊອກຫາເຊື້ອ(ຜົນກວດອອກມາລົບ) ສໍາລັບເດັກທີ່ຢູ່ໃນການເບີ່ງແຍງຂອງຕົນ ແລ້ວກັກຕົວ ໃຫ້ຄົບ 14 ວັນ.


ກໍລະນີຢັ້ງຢືນ 2963(ລະຫັດແຂວງ) : ເພດຊາຍ, ອາຍຸ 36 ປີ, ອາຊີບ: ອໍານວຍການບ້ານເດັກ SOS ເບື້ອງຕົ້ນມີອາການແຫນ້ນຫນ້າເອີກ. ອິດເມື່ອຍ ຍັງບໍ່ທັນໄດ້ສັກຢາວັກຊີນ , ເປັນພະຍາດເບົາຫວານມາໄດ້ 4 ປີ. ເບື້ອງຕົ້ນອາການດັງບໍ່ໄດ້ກິ່ນ., ໄດ້ສັກຢາວັກຊີນ Sinopharm ຄົບ 02 ເຂັ້ມແລ້ວ.ວັນທີ 8/8/2021 ເວລາ 21:30 ຜົນກວດອອກມາວ່າພົບເຊື້ອ – ຜ່ານມາບໍ່ໄດ້ພົວພັນກັບຜູ້ຕິດເຊື້ອ ແລະ ບໍ່ໄດ້ໄປເຂດສ່ຽງ,
ການເຄື່ອນໄຫວຂອງຜູ້ກ່ຽວໄປເມືອງພະລານໄຊ, ບ້ານອຸດົມໄຊ ໄປຕະຫຼາດສະຫວັນໄຊ,ໄປກວດຢູ່ໂຮງໝໍແຂວງ ໄດ້ໄປລົງທະບຽບບັດ ປະກັນສັງຄົມ ແລ້ວມາສຸກເສີນ ຂື້ນກວດເລືອດຢູ່ຊັ້ນ2, ຊື້ຢາຢູ່ຫຼັກ7 ຂ້າງຮ້ານອັດເອກະ ສານ, ໄປຄຣີນິກແຫ່ງຫນຶ່ງທີ່ຂື້ນກັບບ້ານໂນນສະຫວາດ.

ກໍລະນີຢັ້ງຢືນ ກໍລະນີຢັ້ງຢືນ 2967(ລະຫັດແຂວງ) : ເພດຍິງ, ອາຍຸ 45 ປີ, ອາຊິບ: ແມ່ລ້ຽງ ບ້ານເດັກ SOS ບ້ານເກີດ: ບ້ານສອນມີໄຊ ເມືອງເຊໂປນ ແຂວງສະຫວັນນະເຂດ ບ້ານຢູ່ປະຈຸບັນ: ບ້ານ ອຸດົມວິໄລ, ນະຄອນໄກສອນ ພົມວິຫານ ແຂວງສະຫັວນນະເຂດ( ບ້ານເດັກ SOS)
ມີເຈັບຄໍ, ຂີ້ສະເລດຕິດຄໍ, ໄດ້ສັກຢາວັກຊິນ Sinopharm ຄົບ 02 ເຂັມ – ເຄີຍເປັນໄຂມັນໃນເສັ້ນເລືອດໄດ້ມາ 2 ປີ – ເກັບຕົວຢ່າງ ໃນວັນທີ 7/08/2021 ຈົນຮອດວັນທີ 8/8/2021 ເວລາ 21:30 ຜົນກວດພົບເຊື້ອ – ຜ່ານມາບໍ່ໄດ້ພົວພັນກັບຜູ້ຕິດເຊື້ອ ແລະ ບໍ່ໄດ້ໄປເຂດສ່ຽງ.
ການເຄື່ອນໄຫວຂອງຜູ້ກ່ຽວ ໄປຕະຫຼາດສະຫວັນໄຊ ຢູ່ບ້ານເດັກ (ສ່ວນຫຼາຍຈະບໍ່ໃສຜ້າອັດປາກເວລາຢູ່ບ້ານເດັກ SOS) ວັນທີ 8/8/2021: ເວລາ 21:30 ໂມງ ຜົນກວດແມ່ນພົບເຊື້ອ ໄດ້ຮັບມານອນປິ່ນປົວຢູ່ໂຮງຫມໍພາກສະຫນາມ ວວສ ແຂວງຫວັນນະເຂດ ກຸ່ມສໍາຜັດໃກ້ຊິດກັບກໍລະນີຕິດເຊື້ອ. ມີທັງຫນົດ 07 ຄົນ (ເດັກຢູ່ບ້ານເດັກ SOS) ໃຫ້ໄປເກັບຕົວຢ່າງ 07 ຄົນ ເພື່ອກວດຊອກຫາເຊື້ອ(ຜົນກວດອອກມາລົບ) ສໍາລັບເດັກທີ່ຢູ່ໃນການເບີ່ງແຍງຂອງຕົນ ແລ້ວກັກກັນໃຫ້ຄົບ 14 ວັນ

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.