ຈັ່ງແມ່ນເສົ້າຈົນນໍ້າຕາຕົກໄປນໍາ ເມສຊີ ປະກາດອໍາລາ ບາເຊໂລນາ ທັງນໍ້າຕາກາງຖະແຫຼງຂ່າວ

0
221

ເມື່ອບໍ່ດົນມານີ້ ບາເຊໂລນາ ຖະແຫຼງການທາງການວ່າ: ທັງສະໂມສອນ ແລະ ເມສຊີ ຕ່າງຮູ້ສຶກເສຍໃຈທີ່ບໍ່ສາມາດຮ່ວມງານກັນໄດ້ຕໍ່ ພ້ອມຂອບໃຈ ແລະ ອວຍພອນໃຫ້ນັກເຕະປະສົບຜົນສໍາເລັດໃນອະນາຄົດ ແລະ ມີການເປີດເຜີຍເຫດຜົນວ່າ ລິໂອເນລ ເມສຊີ ບໍ່ສາມາດຕໍ່ສັນຍາກັບ ບາເຊໂລນາ ໄດ້ເນື່ອງຈາກພົບອຸປະສັກທາງການເງິນ ແລະ ກົດຂໍ້ບັງຄັບຂອງ ລາລີກາ ເຮັດໃຫ້ລາວຕ້ອງຊອກຫາຕົ້ນສັງກັດໃໝ່ ສໍາລັບລະດູການທີ່ກຽມຈະເປີດສາກຂຶ້ນໃນໄວໆນີ້.

ຫຼ້າສຸດຕອນແລງມື້ນີ້ວັນທີ 8 ສິງຫາ 2021 ສະໂມສອນ ບາເຊໂລນາ ຈັດຖະແຫຼງຂ່າວຢ່າງເປັນທາງການໂດຍ ເມສຊີ ກ່າວບາງຕອນສໍາຄັນພ້ອມກັບນໍ້າຕາວ່າ: “ ຂ້ອຍຄິດຫຍັງບໍ່ອອກວ່າຊິເວົ້າຫຍັງໃນມື້ນີ້, ມັນຍາກຫຼາຍສໍາລັບຂ້ອຍ ຫຼັງຈາກທີ່ຂ້ອຍທີ່ຢູ່ນີ້ມາຫຼາຍປີ ແລະ ຂ້ອຍຢູ່ທີ່ນີ້ຕະຫຼອດຊີວິດ ເພາະຂ້ອຍບໍ່ພ້ອມສໍາລັບເລື່ອງນີ້ ເພາະຂ້ອຍຢູ່ທີ່ນີ້ມາຕະຫຼອດຊີວິດ, ຕັ້ງແຕ່ອາຍຸ 13 ປີຫຼັງຈາກຢູ່ມາ 21 ປີ, ຂ້ອຍກໍາລັງຈະຈາກໄປພ້ອມກັບ ພັນລະຍາ ແລະ ລູກໆທັງ 3.

ເມສຊີ ກ່າວອີກວ່າ: ຂ້ອຍຂໍຂອບໃຈສໍາລັບທຸກສິ່ງ, ເພື່ອນຮ່ວມທີມທຸກຄົນ, ອະດີດເພື່ອນຮ່ວມທີມທຸກຄົນ, ທຸກຄົນທີ່ຢູ່ຂ້າງຂ້ອຍ ແລະ ຂ້ອຍຈະຍ້າຍອອກຈາກສະໂມສອນ ຂ້ອຍຫວັງວ່າຈະໄດ້ກັບມາ ແລະ ຂ້ອຍຈະເປັນສ່ວນໜຶ່ງຂອງສະໂມສອນ ແລະ ຊ່ວຍສະໂມສອນເປັນທີມທີ່ດີທີ່ສຸດ, ສ່ວນປະເດັນທີ່ຈະໄປຢູ່ກັບ ປາຣີສ ແຊງແຊກແມງ ນັ້ນແມ່ນມີໂອກາດເປັນໄປໄດ່ ແຕ່ຕອນນີ້ຫຍັງຢືນຢັນບໍ່ໄດ້, ຂ້ອຍໄດ້ຮັບຂໍສະເໜີຫຼາຍຢ່າງ ຫຼັງຈາກຖະແຫຼງຂ່າວຂອງ ບາເຊໂລນາ ພວກເຮົາກໍາລັງເວົ້າເຖິງເລື່ອງນີ້.

ເບິ່ງຖະແຫຼງຂ່າວຂອງ ບາເຊໂລນາ ໄດ້ຕາມລີ້ງນີ້:

ສໍາລັບ ເມສຊີ ອາຍຸ 35 ປີຢູ່ກັບ ບາເຊໂລນາ ຕັ້ງແຕ່ເປັນນັກເຕະເຍົາວະຊົນປີ 2003 ກ່ອນກ້າວຂຶ້ນໄປຫຼິ້ນໃນຊຸດໃຫຍ່ຢ່າງເປັນທາງການໃນປີ 2005 ລົງສະໜາມໄປທັງໝົດ 778 ນັດຍິງໄດ້ 672 ປະຕູ ພາ ບາເຊໂລນາ ຄວ້າແຊັມ ລາລີກາ ສະເປນ 10 ສະໄໝ, ໂກປາ ເດລ ເຣ 7 ສະໄໝ, ຊູເປີ ໂກປາ ເດ ເອັສປັລຢາ 7 ສະໄໝ, ຢູຟາ ແຊ້ມປ້ຽນລີກ 4 ສະໄໝ, ຢູຟາ ຊູເປີ ຄັບ 3 ສະໄໝ ແລະ ຟີຟາ ຄລັບ ເວິລ ຄັບ 3 ສະໄໝ.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.