ລວມຍອດວັກຊິນທີ່ລາວໄດ້ຮັບ 4 ລ້ານກວ່າໂດສ ຄາດໝາຍ 50%ຢູ່ບໍໄກ

0
184

ລັດຖະບານວາງຄາດໝາຍໄວ້ໝົດປີ 2021ນີ້ຈະສ້າງພູມຄຸ້ມກັນໃຫ້ແກ່ຮ່າງກາຍຂອງປະຊາກອນລາວທັງໝົດ 50% ຂອງພົນລະເມືອງທັງໝົດ ໂດຍຜ່ານການສັກວັກຊີນປ້ອງກັນໂຄວິດ-19 ເຮົາມີເບິ່ງຈຳນວນວັກຊິນທັງໝົດທີ່ໄດ້ຮັບມາແລ້ວຮອດວັນທີ 7 ສິງຫາ 2021 ມີດັ່ງນີ້:

ມາຮອດປະຈຸບັນ (07 ສິງຫາ 2021) ສປປລາວ, ພວກເຮົາໄດ້ຮັບວັກຊິນ ແລ້ວທັງໝົດ 5.227.440 ໂດສ ຄື: ຊີໂນຟາມ 2.950.000 ໂດສ, ແອັດຕຣາເຊເນກາໂດຍຜ່ານໂຄງການໂຄແວັກ 132.000 ໂດສ (COVAX Project).

ໄຟເຊີ 100.620 ໂດສ, ສະປຸດນິກວີ 5.000 ໂດສ, ຈອນສັນແອນຈອນສັນ 1.008.000 ໂດສ (ຊະນິດສັກພຽງເຂັມດຽວ), ແອັດຕຣາເຊເນກາຈາກສະຫະລາຊະອານາຈັກອັງກິດ 415.000 ໂດສ, ແອັດຕຣາເໍເນກາທີ່ຜະລິດຈາກປະເທດຍີ່ປຸ່ນຈຳນວນ 616,820 Doses .


ເມື່ອຈຳນວນວັກຊິນເຫລົ່ານີ້ທັງໝົດຖືກກະຈາຍໄປຈະສາມາດສັກໄດ້ : (1) 2.109.720 ຄົນ ສຳລັບຊະນິດສັກ 02 ເຂັມແລະ  1.008.000 ຄົນ ສຳລັບສັກພຽງ 01 ເຂັມ  ເທົ່າກັບ 3.117.720 ຄົນ (43,60 % ປະຊາກອນ ສປປລາວ.

ເຊິ່ງຄາດໝາຍສູ້ຊົນທີ່ລາວເຮົາຈະໃຫ້ອັດຕາສ່ວນຜູ້ໄດ້ຮັບວັກຊິນບັນລຸ 50% ຂອງຈຳນວນປະຊາກອນແມ່ນຢູ່ບໍໄກເກີນເອື້ອມ.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.