ສໍານັກຂ່າວຕ່າງປະເທດລາຍງານເຫດການສຸດອົນລະເວງໃນງານແຕ່ງ ທີ່ປະເທດອິນໂດເນເຊຍ ພາຍຫຼັງຍິງສາວທີ່ເຄີຍເປັນແຟນເກົ່າຂອງເຈົ້າບ່າວ ໂຜ່ໜ້າເຂົ້າມາຮ່ວມງານແຕ່ງ ແລະ ຂໍເປັນເຈົ້າສາວນໍາອີກຄົນ.
Yunita Ruri ຍິງສາວໄວ 21 ປີ ຮູ້ຂ່າວວ່າອາດີດແຟນໜຸ່ມຂອງຜູ້ກ່ຽວຄື Korik Akbar ໄວ 20ປີ ກໍາລັງຈະແຕ່ງງານກັບ Nur Khusnul Kotimah ໄວ 20ປີ ເຊິ່ງເປັນແຟນຄົນໃໝ່ ແລະ ວ່າທີ່ພັນລະຍາ ໂດຍຮູ້ເລື່ອງຈາກໝູ່ ທີ່ເຂົ້າໄປອວຍພອນວ່າທີ່ບ່າວສາວໃນໂຊຊຽວມີ້ເດຍ.
ຜູ້ກ່ຽວຈຶ່ງໄປປາກົດຕົົວທີ່ເຮືອນຂອງເຈົ້າບ່າວກາງພິທີງານແຕ່ງ ແລະ ປະກາດວ່ານາງຈະແຕ່ງງານນໍາ ຂໍເປັນເຈົ້າສາວນຳອີກຄົນ.
ຝ່າຍເຈົ້າບ່າວເຖິງຂັ້ນງົງ ເພາະຍິງສາວຄົນນີ້ເຄີຍຄົບຫາກັນເມື່ອປີ 2016 ຫຼື ເມື່ອ 5ປີທີ່ແລ້ວ ແຕ່ຕອນນີ້ກັບມາເຫັນຢູ່ກາງງານແຕ່ງ ແລະ ບອກວ່າຈະຂໍແຕ່ງງານນໍາ ແຕ່ພາຍຫຼັງທີ່ທຸກຄອບຄົວໄດ້ຫາລື ໂອ້ລົມກັນແລ້ວ.
ຝ່າຍຊາຍຕັດສິນໃຈຈະແຕ່ງງານກັບຍິງສາວທັ້ງສອງຄົນພ້ອມກັນ ໂດຍຈ່າຍເງິນສິນສອດໃຫ້ເຈົ້າສາວທັ້ງສອງ ເທົ່າກັນຄື 1.750.000 ຣູເປຍ ເຊິ່ງເລື່ອງຄ່າດອງກາຍເປັນປະເດັນໜັກໃຈຂອງເຈົ້າບ່າວ ເພາະເຂົາກໍາລັງຕົກງານຢູ່ຕອນນີ້.