ການຖະແຫລງຂ່າວຂອງ ຄະນະສະເພາະກິດ ຄວບຄຸມໂຄວິດ-19 ລາຍງານວັນທີ 8 ສິງຫາ 2021 ໃຫ້ຮູ້ວ່າ: ສປປ ລາວ ປະຈຸບັນນໍາໃຊ້ ວັກຊີນ 5 ຊະນິດ ປະກອບມີ: ວັກຊີນ Sinopharm, Sputnik V, AstraZeneca, Pfizer ແລະ Johnson & Johnson. ໃນວັນທີ 7 ສິງຫາ ໄດ້ຮັບວັກຊີນ Sinopharm ຈໍານວນ
1.000.000 ໂດສ ຈາກ ສປ ຈີນ, ໂດຍສະຫລຸບຮອດເດືອນສີງຫາ ຈະໄດ້ຮັບວັກຊິນສະສົມລວມທັງໝົດ 5.176.490 ໂດສ໌ ສັກໄດ້ 3,092,245 ຄົນ ຍັງມີຄວາມຕ້ອງການສັກເປົ້າໝາຍຈໍານວນ 607,755 ຄົນ ຊຶ່ງຍັງມີຄວາມຕ້ອງການວັກຊິນ ຈຳນວນ 1,215,510 ໂດສ.ແຜນຈະໄດ້ຮັບວັກຊີນ ແລະ ຄວາມຕ້ອງການ ພາຍໃນໄຕມາດ 4 ປີ 2021
ຄາດວ່າໄຕມາດ 4 ເດືອນ ຕຸລາ 2021 ລັດຖະບານ ອົດສະຕາລີ ຈະສະໜອງ ວັກຊີນ AstraZeneca 1,000,000 ໂດສ໌ ໂດຍຜ່ານອົງການອຸຍນີເຊບ ເປັນຜູ້ຈັດຊື້.
ຄາດວ່າໄຕມາດ 3-4 2021 ໂດຍ ເງິນບໍລິຈາກຂອງບັນດາພາກເອກະຊົນລາວທີ່ມອບໃຫ້ລັດຖະບານຈັດຊື້ວັກຊິນ ປະມານ 266,000 ໂດລາ.