ເຮັດບາບແທ້ ເຮັດວຽກຕັ້ງ 3 ເດືອນ ນາຍຈ້າງໃຫ້ເງິນແຕ່ 70 ພັນກີບ ຈະກັບບ້ານກໍບໍ່ມີຮອດເງິນຄ່າລົດ

0
172

ໜ້າເຫັນໃຈ..!!!ເຮັດວຽກຕັ້ງ 3 ເດືອນ ນາຍຈ້າງໃຫ້ເງິນແຕ່ 70.000 ກີບ ຈະກັບບ້ານກໍບໍ່ມີຮອດເງິນຄ່າລົດ

ຜູ້ໃຊ້ເຟສບຸກຊື່ Jonhny Sengdala  ໄດ້ໂພສໃນວັນທີ 6 /08/2021 ວ່າ: ໃຜເຫັນນ້ອງຄົນນີ້ກະຊ່ວຍລາວແນ່ເດີ
ລາວຍ່າງແຕ່ປາກລາຍຈົນມາຮອດນາອູມ

ຕອນນີ້ລາວຢູ່ໄຊຍະຢາກກັບບ້ານໄປແຂວງອຸດົມໄຊແຕ່ບໍ່ມີເງີນ ລາວເອີ້ນໃສ່ລົດໄຜກະບໍ່ມີໄຜຈອດ ບໍ່ມີໃຜຈອດລົດ ເພື່ອຊ່ວຍລາວເລີຍ ອີຕົນເດ້ ບໍ່ມີນ້ຳໃຈກັນເລິຍ

ມື້ນີ້ຂ້ອຍມາໄຊຍະເຫັນລາວເອີ້ນໃສ່ວ່າຂໍໄປນຳແດ່ເລີຍຈອດເອົາລາວຂື້ນທ້າຍລົດມານຳໄປເຮັດວຽກແຕ່ກະບໍ່ໄດ້ເງີນນາຍຈ້າງກະໃຫ້ເງີນລາວພຽງ70ພັນກີບເຮັດວຽກຕັ້ງສາມສີ່ເດືອນ
ຂ້ອຍມີເງີນບໍ່ຫລາຍອີດູລາວເລີຍໃຫ້ລາວ20ພັນກີບໃຫ້ໄປຊື້ນໍ້າຊື້ເຂົ້າກິນນໍາທາງ

.

.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.