ສູ້ໆເດີຕິດໄດ້ກໍ່ຫາຍໄດ້ດຽວກໍກັບມາໃຊ້ຊີວິດປົກກະຕິໄດ້ແລ້ວ

0
233

ໂຄວິດມາແສນໂຫດຮ້າຍ ເຮັດໃຫ້ຫຼາຍຄົນຕ້ອງນອນໂຮງໝໍຍາວນານເປັນປະຫວັດການ ບາງຄົນກໍ່ບໍໍ່ໄດ້ກັບບ້ານ ແຕ່ພວກເຮົາຈະສູ້ມັນໄປດ້ວຍກັນ, ສຳລັບແຂວງສະຫວັນນະເຂດກໍ່ໜ້າເປັນຫ່ວງຂໍໃຫ້ທຸກຄົນຮັກສາໄລຍະຫ່າງໄວ້ບໍ່ດັ່ງນັ້ນຈະລາມໄປບໍ່ຢຸດ ເຫັນຕົວເລກ 2.600 ປາຍແລ້ວຄິດງໍ້ ສູ້ໆເດີ້

ຕາມການລາຍງານຂອງພະແນກສາທາລະນະສຸກ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ມາຮອດວັນທີ 5 ສິງຫາ 2021 ທົ່ວແຂວງແມ່ນຜູ້ຕິດເຊື້ອສະສົມ 2.616 ຄົນ, ຍັງຄ້າງສູນປິ່ນປົວ 1.761 ຄົນ, ປິ່ນປົວດີແລ້ວ 855 ຄົນ, ຍິງ 411 ຄົນ ແລະ ເສັຍຊີວິດ 2 ຄົນ, ຍິງ 1 ຄົນ.

ເຖິງແນວໃດກໍ່ຕາມ ແພດໝໍແມ່ນໄດ້ເຮັດໜ້າທີ່ຂອງຕົນຢ່າງສຸດຄວາມສາມາດ ວັນທີ 5 ສິງຫາ 2021 ເວລາ 14:00 ໂມງ ໄດ້ມີພິທີມອບ – ຮັບຜູ້ທີ່ປິ່ນປົວດີຈາກພະຍາດ ໂຄວິດ-19 ຈຳນວນ 86 ກໍລະນີ ທີ່ໄດ້ຮັບການປິ່ນປົວດີ ຈາກໂຮງໝໍສະໜາມ ຫຼັກ 9 ເຂດເສດຖະກິດພິເສດສະຫວັນ-ເຊໂນ ໃຫ້ກັບຄືນສູ່ບ້ານເຮືອນ ເພື່ອຈຳກັດບໍລິເວນຕໍ່ອີກ 14 ວັນ.


ເຂົ້າຮ່ວມສົ່ງຄົນເຈັບກັບບ້ານເທື່ອນີ້ໂດຍທິມແພດປິ່ນປົວ, ຄອບຄົວ ຂອງຄົນເຈັບ ກ່ອນກັບຄືນສູ່ຖິ່ນຖານ ທິມແພດປິ່ນປົວ ໄດ້ກ່າວຕໍ່ໍ່ ຜູ້ທີ່ປີ່ນປົວດີເເລ້ວ, ຄອບຄົວວ່າ: ພາຍຫຼັງທີ່ກັບເມືອບ້ານແລ້ວ ຕ້ອງໄດ້ມີການສືບຕໍ່ ແຍກປ່ຽວກັກບໍລິເວນໂຕເອງຢູ່ເຮືອນຕື່ມອີກ 14 ວັນ, ໃຫ້ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ ໃຫ້ຮັກສາໄລຍະຫ່າງທາງສັງຄົມ, ໃສ່ຜ້າອັດປາກ, ແລະ ໝັ່ນລ້າງມືໃສ່ສະບູຫຼື ເຈັວຂ້າເຊື້ອ ເປັນປະຈໍາ ຕະຫຼອດເຖິງ ການຕິດຕາມອຸນຫະພູມ ແລະ ອາການເຈັບເປັນຂອງຕົນເອງໃນແຕ່ລະວັນ.

ຖ້າມີອາການເຈັບເປັນໃດນຶ່ງ ແມ່ນໃຫ້ໂທປຶກສາແພດເພື່ອຂໍຄໍາແນະນໍາໃນການປະຕິບັດຕົນ,ທ່ານຍັງໄດ້ເນັ້ນໜັກໃຫ້ທາງຄອບຄົວ ແລະ ອໍານາດການປົກຄອງບ້ານໄດ້ຊີ້ແຈງຕໍ່ປະຊາຊົນພາຍໃນບ້ານໃຫ້ມີຄວາມເຂົ້າໃຈ ແລະ ໂດຍສະເພາະບໍ່ໃຫ້ມີການລັງກຽດຕໍ່ຜູ້ຕິດເຊື້ອພະຍາດໂຄວິດ-19, ຜູ້ທີ່ໄດ້ຮັບການປິ່ນປົວດີແລ້ວ ແລະ ຄອບຄົວຂອງເຂົາເຈົ້າ, ໃຫ້ທຸກຄົນໃນສັງຄົມພ້ອມກັນເປັນກຳລັງໃຈ ແລະ ໃຫ້ການສະໜັບສະໜູນ ແລະ ການແນະນຳທີ່ດີຜູ້ທີ່ຕິດເຊື້ອ ກໍຄືຜູ້ທີ່ປິ່ນປົວດີ ແລ້ວເພື່ອໃຫ້ມີກຳລັງໃຈສືບຕໍ່ການປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ແລະ ການດໍາລົງຊີວິດປົກກະຕິແບບໃໝ່ ( New normal ) ທີ່ປອດໄພໃນຄອບຄົວ ແລະ ໃນສັງຄົມ.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.